spot_img
Homeຂ່າວພາຍ​ໃນສະຫາຍ ເລຮົງແອັງ ເຂົ້າຢ້ຽມຢາມ ບັນດາສະຫາຍ ການນຳອາວຸໂສຂອງລາວ

ສະຫາຍ ເລຮົງແອັງ ເຂົ້າຢ້ຽມຢາມ ບັນດາສະຫາຍ ການນຳອາວຸໂສຂອງລາວ

Published on

7-1

ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມ ງານສະເຫຼີມສະຫຼອງວັນສະຖາປະນາ ສປປ  ລາວ ຄົບຮອບ 40 ປີ ໃນວັນທີ 2 ທັນວາ ນີ້, ສະຫາຍ ເລຮົງແອັງ ກຳມະການກົມການເມືອງ ຜູ້ປະຈຳການ ຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ  ໄດ້ເຂົ້າຢ້ຽມຢາມບັນດາສະຫາຍການນຳອາວຸໂສ ປະກອບມີ ສະຫາຍ ສີສະຫວາດ ແກ້ວບຸນພັນ ແລະ ສະຫາຍ ສະໝານ ວິຍະເກດ. ໃນໂອ ກາດຄັ້ງນີ້ ສະຫາຍ ເລຮົງແອັງ ຕາງໜ້າການນຳພັກ – ລັດ ກໍຄື ປະຊາຊົນຊາວຫວຽດນາມ ອ້າຍນ້ອງ ໄດ້ນຳເອົາ ຄວາມ ຢື້ຢາມຖາມຂ່າວ  – ຄວາມສາ ມັກຄີຮັກແພງ ແລະ ກຳລັງໃຈ ມາສູ່ການນຳພັກ – ລັດ ກໍຄືປະຊາຊົນລາວບັນດາເຜົ່າ ໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ ລາວ, ອວຍພອນສາຍພົວພັນຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ – ສອງລັດ ແລະ  ປະຊາຊົນສອງຊາດ ລາວ – ຫວຽດນາມ ຈົ່ງ ໝັ້ນຄົງທະນົງແກ່ນຕະຫຼອດໄປ ສືບຕໍ່ນຳພາປະຊາຊົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນສີວິ ໄລ.

7-2

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...