spot_img
Homeຂ່າວຕ່າງປະເທດປະທານາທິບໍດີປູຕິນ ຄອງແຊ້ມບຸກຄົນທີ່ມີອິດທິພົນສູງທີ່ສຸດໃນໂລກ 3 ປີຕິດຕໍ່ກັນ!

ປະທານາທິບໍດີປູຕິນ ຄອງແຊ້ມບຸກຄົນທີ່ມີອິດທິພົນສູງທີ່ສຸດໃນໂລກ 3 ປີຕິດຕໍ່ກັນ!

Published on

EyWwB5WU57MYnKOuXogjzZynS2qtRL8jAVAbYPlMhblVhVsG5MtBk7

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ພະຈິກຜ່ານມານີ້ວ່າ ວາລະສານຟອັບ (Forbes) ຂອງສະຫະລັດອາເມຣິກາ ໄດ້ຈັດລຽງລຳດັບ ລາຍຊື່ບຸກຄົນທີ່ຊົງອິດທິພົນທີ່ສຸດໃນໂລກ ປະຈຳປີ 2015 ຊຶ່ງປະກົດວ່າ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີແຫ່ງຣັດເຊຍ ໄດ້ຖືກຈັດໃຫ້ຄອງແຊ້ມ ເປັນບຸກຄົນທີ່ມີອິດທິພົນຫລາຍທີ່ສຸດໃນໂລກ ເປັນປີທີ 3 ຕິດຕໍ່ກັນ, ຮອງລົງມາເປັນອັນດັບທີ 2 ແມ່ນ ທ່ານ ນາງ ອັງເກລາ ແມເຄິນ ນາຍົກລັດຖະມົນຕີເຢຍລະມັນ ທີ່ຫຍັບຂຶ້ນຈາກອັນດັບທີ 5 ເມື່ອປີກາຍນີ້, ສ່ວນອັນດັບທີ 3  ແມ່ນທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດອາເມຣິກາ ທີ່ຕົກຈາກອັນດັບທີ 2 ເມື່ອປີຜ່ານມາ.

ນອກຈາກນັ້ນ, ອັນດັບທີ 4 ຂອງບຸກຄົນທີ່ຊົງອິດທິພົນທີ່ສຸດໃນໂລກ ໄດ້ແກ່ ສົມເດັດພະສັນຕະປາປາຟຣານຊິສ ປະມຸກແຫ່ງຄິດຕະຈັກນິກາຍໂລມັນກາໂຕລິກ, ອັນດັບທີ 5 ແມ່ນປະທານາທິບໍດີ ສີຈິ້ນຜິງ ແຫ່ງ ສປ ຈີນ.

 

ບົດຄວາມຫຼ້າສຸດ

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...