spot_img
Homeຂ່າວການສຶກສາສຸດຍອດ! ນັກສຶກສາຍິງລາວ ຍາດໄດ້ຄະແນນສູງສຸດ ປ້ອງກັນບົດປະລິຍາຕີ ຢູ່ຫວຽດນາມ!

ສຸດຍອດ! ນັກສຶກສາຍິງລາວ ຍາດໄດ້ຄະແນນສູງສຸດ ປ້ອງກັນບົດປະລິຍາຕີ ຢູ່ຫວຽດນາມ!

Published on

Daymon nhan bang
ນາງ ໄດມອນ ວິລານົນ (ຊຸດດຳຂວາມື) ໃນພິທີຮັບປະກາສະນິຍະບັດ

 

ໄດ​ມ​ອນ ວິ​ລາ​ນົນ ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ນັກ​ສຶກ​ສາ​ລາວ ທີ່​ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ” ນັ້ນ​ແມ່ນ​ການ​ຕີ​ລາ​ຄາ ​ຂອງ ອ​້າຍ ກົງ​ແກ້ວ ລຸນ​ມາ​ລາ,  ປະ​ທານ​ຄະ​ນະນັກ​ສຶກ​ສາ​ລາວ ປະ​ຈຳ ສະ​ຖາ​ບັນ​ການ​ປົກ​ຄອງແຫ່ງ​ຊາດ. ອ້າຍ ກົງ​ແກ້ວ ລຸນ​ມາ​ລາ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ມີ​ນັກ​ສຶກ​ສາ​ລາວ ກວ່າ 4000 ຄົນ ພວມ​ຮຽນ​ຢູ່ ຫວຽດ​ນາມ, ໃນ​ນັ້ນ ຈຳ​ນວນ​ນັກ​ສຶກ​ສາ​ໄດ້​ຮັບ​ຄະ​ແນນ​ສູງ​ສຸດຄື​ ນາງ​ໄດ​ມອນ ວິ​ລາ​ນົນ ມີບໍ່​ຫລາຍ.

ພາຍ​ຫລັງ​ຮຽນ​ຈົບ ວິ​ທະ​ຍາ​ໄລ​ສ້າງ​ຄູ ຫລວງ​ພະ​ບາງ ຂະ​ແຫນງ​ພາ​ສາ​ອັງ​ກິດ, ໄດ​ມອນ ໄດ້​ຮັບ​ເຂົ້າ​ເຮັດ​ວຽກ​ຢູ່ ສະ​ຫະ​ພັນ​ກຳ​ມະ​ບານ​ແຂວງ​ຫລວງ​ພະ​ບາງ. ສຳ​ລັບ​ໄດ​ມອນ ແລ້ວ, ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ ແມ່ນ​ມີ​ສາຍ​ພົວ​ພັນ​ສະ​ຫນິດ​ແຫນ້ນມາ​ແຕ່​ດົນ​ນານ. ຊາວ​ຫວຽດ​ນາມ ແລະ ຊາວ​ລາວ ແມ່ນ​ໃກ້​ຊິດ​ສະ​ຫນິດ​ສະ​ຫນົມ. ສະ​ນັ້ນ ນາງ​ບໍ່​ເລືອກ​ເຟັ້ນ​​ປະ​ເທດ​ໃດ​ນອກ​ຈາກຫວຽດ​ນາມ ເພື່ອ​ຮຽນ​ພາ​ສາ​ຫວຽດ ແລະ ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ດ້ານ​ວິ​ຊາ​ສະ​ເພາະຂອງ​ຕົນ.  ເຖິງວ່າ​ເມື່ອ​ມາ​​ຮຽນ ຫວຽດ​ນາມ, ນາງ​ມີ ອາ​ຍຸ 30 ປີ​ແລ້ວ​ກໍ​ຕາມ ແຕ່​ນາງບໍ່​ຫວາດ​ຫວັ່ນ​​ຕໍ່ຄວາມ​ຫຍຸ້ງ​ຍາກ​ຕັດ​ສິນ​ໃຈ​ຮ່ຳ​ຮຽນ. ກ່ອນ​ທີ​່​ເຂົ້າ​ຮຽນ​ຢູ່​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ, ໄດ​ມອນ ຕ້ອງ​ຮຽນ​ພາ​ສາ​ຫວຽດ ຢູ່ ໂຮງ​ຮຽນ​ມິດ​ຕະ​ພາບ T78 ຢູ່ ​ເຊີນໄຕເປັນ​ເວ​ລາ 1 ປີ. ກ່ອນ​ທີ່​ມາ​​ຮຽນຫວຽດ​ນາມ ນາງບໍ່​ຮູ້​ພາ​ສາຈັກ​ພາ​ສາຫວຽດ​ ​ແຕ່​ດ້ວຍ​ຄວາມດ​ຸ​ຫມັ່ນ​ໃນ​ການ​ຮ່ຳ​ຮຽນ​ຄົ້ນ​ຄ້​ວາ ພ້ອມ​ກັບ​ການ​ຊ່ວຍ​ເຫລືອ​ຂອງ​ຄູ​ອາ​ຈານ​ ແລະ ໝູ່​ເພື່ອນນັກ​ສຶກ​ສາ​ຫວຽດ​ນາມ ແລະ ລາວ ຢູ່ ໂຮງ​ຮຽນ T78 ສະ​ນັ້ນ ໃນ​ເວ​ລາ 1 ປີ ໄດ​ມອນ ເວົ້າ​ພາ​ສາ​ຫວຽດ​ນາມ ລ່ຽນ​ໄຫລ ແລະ ອ່ານ​ປື້ມ​ອ່ານ​ຫນັງ​ສື​ພິມ​ກໍ​ເຂົ້າ​ໃຈ​ໄດ້​ດີ.

ໃນ​ໄລ​ຍະ 4 ປີ​ ຮຽນ​ຢູ່​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ ຫວຽດ​ນາມ, ຍາມ​ໃດ ໄດ​ມອນ ກໍ​ຍາດ​ໄດ້​ຄະ​ແນນ​ສູງກວ່າ​ໝູ່. ບົດນິ​ພົນ​ປະ​ລິ​ຍາ​ຕີດ້ວຍ​ພາ​ສາ​ຫວຽດ ໂດຍ​ໄດ​ມອນ​ປ້ອງ​ກັນ ມີ​ຊື່​ວ່າ: “ຊອກ​ຮູ້​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່ ແຂວງຫລວງ​ພະ​ບາງ ປະ​ເທດ ສ​ປ​ປ ລາວ. ດ້ວຍ​ຄວາມ​ຮູ້​ຈາກ​ການ​ຮ່ຳ​ຮຽນ​​ໃນ​ໄລ​ຍະ 4 ປີ ພ້ອມ​ດ້ວຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ຄູ​ອາ​ຈານ- ນັກ​ຮຽນ​ນັກ​ສຶກ​ສາ​ດ້ວຍ​ກັນ ຢູ່ ສະ​ຖາ​ບັນ ​ແລະ ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຄົ້ນ​ຄ້​ວາ​ເອ​ກະ​ສານ, ຖອດ​ຖອດ​ບົດ​ຮຽນ​ຈາກ​ພຶດ​ຕິ​ກຳຕົວ​ຈິງ ສະ​ນັ້ນ ບົດນິ​ພົນ​ປະ​ລິ​ຍາ​ຕີຂອງ​ນາງ​ ໄດ້​ຮັບ​ຄະ​ແນນ​ສູງ​ສຸດ. ນາງ​ໄດ​ມອນ ມີ​ຄວາມພາກ​ພູມ​ໃຈ​​​ທີ່​ສຸດເມື່ອ​ໄດ້​ຮັບ​ສຽງ​ຕົບມື​ຊົມ​ເຊີຍ​ຈາກ​ຄູ​ອາ​ຈານ ແລະ ເພື່ອນ​ມິດ​ທັງ​ຫວຽດ​ນາມ ແລະ​ລາວ.

image-388d1d2e15bfc927bd09fb2b79d7a77e7a535973525c2425d1f0a49e83e178ab-V_copy

ອາ​ຈານ ບູ່ຍ​ຮູຍ​ຄຽນ ຮອງ​ຫົວ​ຫນ້າ​ພະ​ແນກ​ບໍ​ລິ​ຫານ, ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ, ທັງ​ເປັນ​ປະ​ທານ​ສະ​ພາ​ປ້ອງ​ກັນ ບົດນິ​ພົນ​ປະ​ລິ​ຍາ​ຕີ ໄດ້ຕີ​ລາ​ຄາ​ວ່າ: ​“​​ໄດ​ມອນແຕ່ງ​ບົດ​ໄດ້​ດີ​ທີ່​ສຸດ, ຂຽນ​ຄົບ​ຖ້ວນ​ຕາມ​ເນື້ອ​ໃນຂອງ​ ບົດນິ​ພົນ​ປະ​ລິ​ຍາ​ຕີ ຂະ​ແຫນງ​ບໍ​ລິ​ຫານ​ລັດ​ ຢູ່​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ. ບົດນິ​ພົນ​ປະ​ລິ​ຍາ​ຕີມີ ທັງ​ໝົດ 90 ຫນ້າ ແມ່ນ​ເວົ້າ​ເຖິງ​ໝາກ​ຜົນ​ ແຫ່ງ​ການ​ລົບ​ລ້າງ​ຄວາມອ​ຶດ​ຫິວ​ທຸກ​ຍາກ​ຢູ່​ແຂວງ ຫລວງ​ພະ​ບາງ, ບັນ​ດາ​ສິ່ງ​ຄົງ​ຄ້າງ, ຂໍ້​ຈຳ​ກັດ. ນອກນັ້ນ ຍັງ​ຍົກ​ໃຫ້​ເຫັນ​ມາດ​ຕະ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຄົງ​ຄ​້າງນັ້ນ. ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ ບົດນິ​ພົນ​ປະ​ລິ​ຍາ​ຕີຂອງ​ໄດ​ມອນ.”

ດ້ວຍ​ໝາກ​ຜົນ​ການ​ຮ່ຳ​ຮຽນ​ຂອງ​ຕົນ, ສະ​ນັ້ນ ເດືອນ 9 ຜ່ານ​ມາ ໄດ​ມອນ ຖືກ​ຄັດ​ເລືອກ​ເຂົ້າ​ບັນ​ຊີ​ລາຍ​ຊື່ ຜູ້​ໄດ້​ຮັບ​ທຶນ​ມາ​ຮຽນ​ຕໍ່​ປະ​ລິ​ຍາ​ໂທ​ຢູ່ ຫວຽດ​ນາມ​ຕື່ມ​ອີກ 3 ປີ. ​ໄດ​ມອນ ໝັ້ນ​ໝາຍ ຈະ​ມາ​ນະ​ພະ​ຍາ​ຍາມ​ຮ່ຳ​ຮຽນ​ຄົ້ນ​ຄ້​ວາ​ໃຫ້​ໄດ້​ໝາກ​ຜົນ​ດີ ເພື່ອ​ກັບ​ຄືນ​ເມືອຮັບ​ໃຊ້​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

 

ບົດຂ່າວຈາກ:

logo

ບົດຄວາມຫຼ້າສຸດ

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)

ສິງກະໂປມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມຢູ່ລາວ

ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກລັດຖະບານສິງກະໂປ ແລະ ອົງການກາແດງ ສິງກະໂປ ມອບໃຫ້ແກ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ສະໜາມບິນສາກົນວັດໄຕ...