spot_img
Homeນານາສາລະກ່ອນທ່ານຈະເຊື່ອອັນໃດ ຂໍຈົ່ງພິຈາລະນາທຳ 10 ຂໍ້ນີ້ກ່ອນ

ກ່ອນທ່ານຈະເຊື່ອອັນໃດ ຂໍຈົ່ງພິຈາລະນາທຳ 10 ຂໍ້ນີ້ກ່ອນ

Published on

12112338_1658950794349620_7964282253055238461_n

ກາລາມະສູດຫຼັກແຫ່ງຄວາມເຊື່ອ 10 ປະການ ທີ່ພະພຸດທະເຈົ້າສະແດງໄວ້

ກາລາມະສູດ ຄື ພະສູດທີ່ພະພຸດທະເຈົ້າ ຊົງສະແດງແກ່ຊາວກາລາມະສູດ ບ້ານເກສະປຸດຕິນິຄົມ ແຄວ້ນໂກສົນ. ກາລາມະສູດເປັນຫຼັກແຫ່ງຄວາມເຊື່ອ ທີ່ພະພຸດທະເຈົ້າຊົງວາງໄວ້ ໃຫ້ແກ່ພຸດທະສາສະນິກະຊົນ ບໍ່ໃຫ້ເຊື່ອສິ່ງໃດໆ ຢ່າງງົມງວາຍໂດຍບໍ່ໃຊ້ປັນຍາພິຈາລະນາ ໃຫ້ເຫັນຈິງເຖິງຄຸນໂທດຫຼືດີບໍ່ດີ ກ່ອນເຊື່ອ ມີຢູ່ 10 ປະການ ໄດ້ແກ່:

າ ອະນຸດສະວະເນນະ – ຢ່າຟ້າວເຊື່ອໂດຍຟັງຕໍ່ກັນມາ

ມາ ປະຣັມປະຣາຍະ – ຢ່າຟ້າວເຊື່ອ ໂດຍຖືວ່າເປັນຂອງເກົ່າເລົ່າຕໍ່ໆ ກັນມາ

ມາ ອິຕິກິຣາຍະ – ຢ່າຟ້າວເຊື່ອເພາະຂ່າວເລົ່າລື

ມາ ປິຕະກະສັມປະທາເນນະ – ຢ່າຟ້າວເຊື່ອໂດຍອ້າງຄຳພີຫຼືຕຳລາ

ມາ ຕັກກະເຫຕຸ – ຢ່າຟ້າວເຊື່າອໂດຍຄິດເດົາເອົາເອງ

ມາ ນະຍະເຫຕຸ – ຢ່າຟ້າວເຊື່ອໂດຍຄິດຄາດຄະເນອະນຸມານເອົາ

ມາ ອາກາຣະປະຣິວິຕັກເກນະ – ຢ່າຟ້າວເຊື່ອໂດຍຕຶກຕອງເອົາ ຕາມອາການທີ່ປາກົດ

ມາ ທິດຖິນິດຊານັກຂັນຕິຍາ – ຢ່າຟ້າວເຊື່ອເພາະເຫັນວ່າ ຖືກກັບຄວາມເຫັນຂອງຕົນ

ມາ ພັບພະຣູປະຕາ – ຢ່າຟ້າວເຊື່ອວ່າຜູ້ເວົ້າຄວນເຊື່ອໄດ້

ມາ ສະມະໂນ ໂນ ຄະຣູຕິ – ຢ່າຟ້າວເຊື່ອວ່າຜູ້ເວົ້ານັ້ນ ເປັນຄູຂອງເຮົາ

ເມື່ອໃດສອບສວນຈົນຮູ້ໄດ້ດ້ວຍຕົນເອງວ່າ… ທຳເຫຼົ່ານັ້ນເປັນອະກຸສົນ ຫຼືມີໂທດເມື່ອນັ້ນຈົ່ງວາງເສີຍ ແລະເມື່ອໃດສອບສວນຈົນຮູ້ໄດ້ດ້ວຍຕົນເອງວ່າ ທຳເຫຼົ່ານັ້ນເປັນກຸສົນຫຼືບໍ່ມີໂທດ ເມື່ອນັ້ນຈົ່ງຖືປະຕິບັດ.

ປັດຈຸບັນແນວຄິດແລະຫຼັກສູດທີ່ສອນ ໃຫ້ຄົນມີເຫດຜົນບໍ່ຫຼົງເຊື່ອງົມງວາຍ ໃນທຳນອງດຽວກັບຄຳສອນ ຂອງພະພຸດທະອົງເມື່ອ 2500 ປີກ່ອນ ໄດ້ຮັບການບັນຈຸເປັນວິຊາບັງຄັບ ວ່າດ້ວຍການສ້າງທັກສະການຄິດ ຫຼືທີ່ເອີ້ນວ່າ “ການຄິດເຊິງວິຈານ” (Critical thinking) ໄວ້ໃນຂະບວນການຮຽນຮູ້ ໃນມະຫາວິທະຍາໄລຂອງ ປະເທດທີ່ພັດທະນາແລ້ວ.

ຈາກວິກິພີເດຍ ສາລານຸກົມເສລີ

ບົດຄວາມຫຼ້າສຸດ

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...