spot_img
Homeຂ່າວຕ່າງປະເທດຣັດເຊຍເລີ່ມໂຈມຕີທາງອາກາດຢູ່ຊີຣີແລ້ວ ຫລັງສະພາອະນຸຍາດ ໂດຍໄດ້ຮັບການຮ້ອງຂໍຈາກຊີຣີ!

ຣັດເຊຍເລີ່ມໂຈມຕີທາງອາກາດຢູ່ຊີຣີແລ້ວ ຫລັງສະພາອະນຸຍາດ ໂດຍໄດ້ຮັບການຮ້ອງຂໍຈາກຊີຣີ!

Published on

EyWwB5WU57MYnKOuXqzDDQFp64fxvR2cAWRmRaqUqKhCsqTYYULbEV

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາຜ່ານມານີ້ວ່າ ເຮືອບິນສູ້ຮົບຂອງຣັດເຊຍ ໄດ້ເລີ່ມປະຕິບັດການໂຈມຕີທາງອາກາດໃສ່ກຸ່ມຕິດອາວຸດຢູ່ຊີຣີ ເປັນຄັ້ງທຳອິດ ພາຍຫລັງສະພາສູງຂອງຣັດເຊຍໄດ້ມອບອຳນາດໃຫ້ ປະທານາທິບໍດີ ວະລາດິເມຍ ປູຕິນ ໃຫ້ສາມາດສົ່ງກອງທັບອາກາດເຂົ້າສູ່ຊີຣີໄດ້ ໂດຍລັດຖະບານຊີຣີເອງໄດ້ອອກມາຢືນຢັນວ່າ ປະທານາທິບໍດີ ບາຊາ ອັນ-ອັດຊາດ ແຫ່ງຊີຣີ ໄດ້ເຮັດໜັງສືເພື່ອຮ້ອງຂໍການສະໜັບສະໜູນທາງທະຫານ ຈາກຣັດເຊຍຢ່າງເປັນທາງການ.

NjpUs24nCQKx5e1D68HXGISc0on2gUYrl15fucquyXh

ດ້ານເຈົ້າໜ້າທີ່ຂອງຣັດເຊຍປະຈຳນະຄອນຫລວງແບກແດດຂອງອີຣັກ ໄດ້ແຈ້ງຕໍ່ເຈົ້າໜ້າທີ່ຂອງສະຫະລັດອາເຣິກາ ໃນຕອນເຊົ້າຂອງວັນພຸດທີ 30 ກັນຍາວ່າ ເຮືອບິນຂອງຣັດເຊຍ ຈະເລີ່ມປະຕິບັດການໂຈມຕີກຸ່ມໄອເອັສໃນຊີຣີໃນມື້ນີ້ ໂດຍຂໍໃຫ້ເຮືອບິນຂອງສະຫະລັດອາເມຣິກາ ຫລີກລ່ຽງການບິນໃນນ່ານຟ້າຊີຣີ ໃນລະຫວ່າງທີ່ກອງທັບອາກາດຣັດເຊຍ ກຳລັງປະຕິບັດການໂຈມຕີຢູ່.

ແນວໃດກໍຕາມ ທ່ານ ຈອນ ເຄີບີ ໂຄສົກກະຊວງການຕ່າງປະເທດສະຫະລັດອາເມຣິກາໄດ້ຖະແຫລງວ່າ ກຸ່ມພັນທະມິດຊຶ່ງນຳໂດຍສະຫະລັດອາເມຣິກາເອງ ຈະຍັງຄົງປະຕິບັດການບິນເໜືອນ່ານຟ້າຊີຣີ ແລະ ອີຣັກຕາມແຜນເດີມ.

 

ບົດຄວາມຫຼ້າສຸດ

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...