spot_img
Homeຂ່າວພາຍ​ໃນສປ ຈີນ ຍັງຄອງແຊັ້ມອັນດັບໜຶ່ງ​ ລົງທຶນໃນ ສປປ ລາວ!

ສປ ຈີນ ຍັງຄອງແຊັ້ມອັນດັບໜຶ່ງ​ ລົງທຶນໃນ ສປປ ລາວ!

Published on

china invesment

ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ດຣ ບຸນທະວີ ສິສຸພັນທອງ ໄດ້ກ່າວໃນກອງປະຊຸມທຸລະກິດການຄ້າ ແລະ ການລົງທຶນລາວຈີນ ທີ່ເມືອງໜານນິງ, ແຂວງກວາງຊີ ສປຈີນ ເມື່ອບໍ່ດົນນີ້ວ່າ: ປັດຈຸບັນຕົວເລກການລົງທຶນຂອງຕ່າງປະເທດຢູ່ລາວບັນລຸຫລາຍກວ່າ 25 ຕື້ໂດລາສະຫະລັດ, ຈາກນັກລົງທຶນ 53 ປະເທດ,ໃນນັ້ນ ສປຈີນ ເປັນອັນດັບໜຶ່ງໃນການລົງທຶນຢູ່ລາວມີຫລາຍກວ່າ 761 ໂຄງການ,ມີມູນຄ່າຫລາຍກວ່າ 6 ຕື້ໂດລາສະຫະລັດ,ໃນຂະແໜງພະລັງງານ ແລະ ບໍ່ແຮ່, ກະສິກໍາ, ອຸດສະຫະກໍາ, ຫັດຖະກໍາ, ການບໍລິການ ແລະ ອື່ນໆ,ເຊິ່ງເປັນຜົນມາຈາກນະໂຍບາຍການເປີດກວ້າງການລົງທຶນຕ່າງປະເທດ, ການປັບປຸງບັນດານິຕິກໍາເພື່ອສົ່ງເສີມ ແລະ ດຶງດູດການລົງທຶນຈາກຕ່າງປະເທດທີ່ນັບມື້ສອດຄ່ອງ ແລະ ໃນຕໍ່ໜ້າລັດຖະບານຈະເລັ່ງປັບປຸງຫລາຍນິຕິກໍາເພື່ອສ້າງສິ່ງຮອງຮັບ ແລະ ອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ນັກລົງທຶນເຊັ່ນ:ການປະຕິບັດນະໂຍບາຍສົ່ງເສີມ ແລະ ສະໜັບສະໜູນສິດທິພິເສດໃນການດໍາເນີນທຸລະກິດຕ່າງໆອີກດ້ວຍ ເພື່ອຮັບປະກັນໃຫ້ການດຶງດູດການລົງທຶນຈາກຕ່າງປະເທດເຂົ້າມາລາວນັບມື້ເພີ່ມຂຶ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ

ເສຍຊີວິດໝົດລຳ! ເຫດເຮລິຄອບເຕີ ຕົກລົງແມ່ນໍ້າຮັດສັນ ນະຄອນນິວຢອກ ສະຫະລັດອາເມລິກາ ເສຍຊີວິດ 6 ຄົນ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງບາຍຂອງວັນທີ 10 ເມສາ 2025 ກີດເຫດເຮລິຄອບເຕີລຳໜຶ່ງປະສົບອຸບັດເຫດຄົກລົງໃນແມ່ນໍ້າຮັດສັນ ບໍລິເວນທ່າເຮືອ 40...

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ. ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​...

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...