spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ບ້າກາມ! ພະຍາຍາມຂົ່ມຂືນເດັກຍິງ 7 ປີ ຖືກ ປກສ ເມືອງຫີນເຫີບຈັບ!

ບ້າກາມ! ພະຍາຍາມຂົ່ມຂືນເດັກຍິງ 7 ປີ ຖືກ ປກສ ເມືອງຫີນເຫີບຈັບ!

Published on

man 35 years

ທ້າວຈ່ອຍ ອາຍຸ 35 ປີຢູ່ບ້ານສີ່ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ເມືອງຫີນເຫີບ ແຂວງວຽງຈັນ ຈັບຕົວມາດໍາເນີນຄະດີເມື່ອດົນມານີ້, ພາຍຫລັງຜູ້ກ່ຽວມີພຶດຕິກໍາພະຍາຍາມຂົ່ມຂືນເດັກຍິງອາຍຸ 7 ປີຢູ່ບ້ານນາພົງ ເມືອງຫີນເຫີບ. ເຊິ່ງຄະດີມີຢູ່ວ່າ: ເມື່ອທ້າຍເດືອນມິຖຸນາ 2015 ຜູ້ກ່ຽວໄດ້ມາເຮັດວຽກຢູ່ບ້ານນາພົງ ເມືອງຫີນເຫີບ ແລະ ໄດ້ມາພັກເຊົາຢູ່ເຮືອນຂອງທ້າວ ພອນ ເຊິ່ງເປັນຄົນເຮັດວຽກນໍາກັນ ແລະ ເປັນພໍ່ຂອງເດັກຍິງຜູ້ເສຍຫາຍ, ມາຮອດວັນທີ 6 ສິງຫາ 2015 ເດັກຍິງຜູ້ນັ້ນພ້ອມໝູ່ໃນໄວດຽວກັນອີກ 6 ຄົນ, ໄດ້ມາເບິ່ງໂທລະພາບຢູ່ເຮືອນທີ່ທ້າວ ຈ່ອຍ ພັກເຊົາແລ້ວທ້າວ ຈ່ອຍ ໄດ້ພາເດັກຍິງຜູ້ເສຍຫາຍໄປຫາໜໍ່ໄມ້ຈົນຮອດຄ້າຍຄໍ່າຈຶ່ງພາກັນກັບບ້ານ. ໃນຂະນະນັ້ນ ທ້າວ ຈ່ອຍ ໄດ້ພະຍາຍາມລົງມືກະທຳຊຳເລົາແຕ່ບໍ່ສຳເລັດຍ້ອນເດັກຍິງຢ້ານກົວ ແລະ ຮ້ອງໄຫ້ແລ່ນໜີມາເຮືອນແລ້ວບອກເລື່ອງລາວທີ່ເກີດຂຶ້ນໃຫ້ພໍ່ແມ່ຟັງ ແລະ ເຊົ້າມື້ຕໍ່ມາພໍ່ຂອງເດັກຍິງຜູ້ເສຍຫາຍໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ເພື່ອຈັບຕົວທ້າວ ຈ່ອຍ ມາດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...