spot_img
Homeຂ່າວຕ່າງປະເທດຫ​ວຽດ​ນາມ​ຫລຸດ​ຄ່າ​ເງິນ​ດົງ ຄັ້ງ​ທີ 2 ກະ​ຕຸ້ນ​ເສດ​ຖະ​ກິດ​ປະ​ເທດ ຂະ​ຫຍາຍ​ຕົວ​ຕໍ່​ເນື່ອງ

ຫ​ວຽດ​ນາມ​ຫລຸດ​ຄ່າ​ເງິນ​ດົງ ຄັ້ງ​ທີ 2 ກະ​ຕຸ້ນ​ເສດ​ຖະ​ກິດ​ປະ​ເທດ ຂະ​ຫຍາຍ​ຕົວ​ຕໍ່​ເນື່ອງ

Published on

A local commercial bank staff (L) receives bricks of dong bank notes from a customer in Hanoi on February 23, 2011.  Vietnam's central bank raised its reverse repurchase rate, the second increase in borrowing costs in less than a week in an effort to tame inflation, according to official media. The State Bank of Vietnam raised the rate it charges commercial banks in daily open-market operations to 12 percent from 11 percent on February 22, 2011.AFP PHOTO/HOANG DINH Nam

ທະ​ນາ​ຄານ​ກາງ​ຫວຽດ​ນາມ ປະ​ກາດ​ປັບ​ຫລຸດ​ຄ່າ​ເງິນ​ດົງຄັ້ງ​ທີ 2 ໃນ​ປີ​ນີ້ ເພື່ອ​ກະ​ຕຸ້ນ​ກາ​ນ​ສົ່ງ​ອອກ ແລະ ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ (SBV) ຈະ​ປັ​ບ​ຫລຸດ​ອັດ​ຕາ​ແລກ​ປ່ຽນ​ອ້າງ​ອີງ​ລົງ 1% ຢູ່​ທີ່ 21,673 ດົງ ຕໍ່ 1 ໂດ​ລາ​ສະ​ຫະ​ລັດ ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຂອງ​ຕະ​ຫລາດ​ຕ່າງ​ປະ​ເທດ, ກ​ອ່ນ​ໜ້າ​ນີ້ ສະ​ກຸນ​ເງິນ​ດົງ ໄດ້​ປັບ​ຫລຸດ​ລົງ 1% ແລ້ວ​ເມື່ອ​ເດືອນ​ມັງ​ກອນ​ຜ່ານ​ມາ ໂດຍ​ການ​ປັບ​ເທື່ອ​ໃໝ່​ນີ້ ຖື​ເປັນ​ຄັ້ງ​ທີ 2 ໃນ​ປີ 2015.

ການ​ຫລຸດ​ຄ່າ​ເງິນ​ດົງ​ລົງ ຈະ​ຊ່ວຍ​ໃຫ້​ພາກ​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ສາ​ມາດ​ແຂ່ງ​ຂັນ​ກັບ​ຂູ່​ແຂ່ງ​ໃນ​ພາກ​ພື້ນ​ໄດ້ ເຊິ່ງ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ລະ​ບຸ​ວ່າ ໃນ​ປີ 2014 ເສດ​ຖະ​ກິດ​ຂອງ​ປະ​ເທດ ຂະ​ຫຍາຍ​ຕົວ 5.98% ອັນ​ເປັນ​ອັດ​ຕາ​ການ​ຂະ​ຫຍາຍ​ຕົວ​ສູງ​ສຸດ​ໃນ​ຮອບ 3 ປີ ໃນ​ຂະ​ນະ​ທີ່​ອັດ​ຕາ​ເງິນ​ເຟີ້ ໄດ້​ຫລຸດ​ລົງ 4.09% ແລະ ໃນ​ປີ​ນີ້ ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຕັ້ງ​ເປົ້າ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຢູ່​ທີ່ 6.2%.

 

ບົດຄວາມຫຼ້າສຸດ

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ...

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...