spot_img
Homeຂ່າວຕ່າງປະເທດແຜ່ນ​ດິນ​ໄຫວ 7.4 ຢູ່​ປາ​ປົວ​ນິວ​ກີ​ນີ! ມີ​ເຕືອນ​ໄພ​ສຶ​ນາ​ມິ ລັດ​ສະ​ໝີ 300 ກິ​ໂລ​ແມັດ!

ແຜ່ນ​ດິນ​ໄຫວ 7.4 ຢູ່​ປາ​ປົວ​ນິວ​ກີ​ນີ! ມີ​ເຕືອນ​ໄພ​ສຶ​ນາ​ມິ ລັດ​ສະ​ໝີ 300 ກິ​ໂລ​ແມັດ!

Published on

EyWwB5WU57MYnKOuFtKfMeS4f59DCdxipnVgybOpjKxvuPuQzikcGa

ເກີດ​ເຫດ​ແຜ່ນ​ດິນ​ໄຫວ ຂະ​ໜາດ 7.4 ຢູ່​ນອກ​ຊາຍ​ຝັ່ງເກາະ​ປາ​ກົວ​ນິວ​ກີ​ນີ ມີ​ປະ​ກາດ​ເຕືອນ​ໄພ​ຄື່ນ​ຍັກ​ສຶ​ນາ​ມິ ຕະ​ຫລອດ​ແນວ​ຊາຍ​ຝັ່ງ​ພາຍ​ໃນລັດ​ສະ​ໝີ 300 ກິ​ໂລ​ແມັດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ເວ​ລາ 10:25 ໂມງ ຂອງ​ມື້​ນີ້ (5 ພຶດ​ສະ​ພາ) ວ່າ ໄດ້​ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ 7.4 ແມັກ​ນິ​ຈູດ ຫ່າງ​ຈາກ​ເມືອງ​ຣາ​ບາ​ອູນ ທາງ​ຕອນ​ໃຕ້ ນອກ​ຊາຍ​ຝັ່ງ​ປະ​ເທດ​ປາ​ປົວ​ນິວ​ກີ​ນີ ປະ​ມານ 150 ກິ​ໂລ​ແມັດ ທີ່​ລະ​ດັບ​ຄວາມ​ເລິກ 63 ກິ​ໂລ​ແມັດ ແລະ ໄດ້​ມີ​ຄຳ​ສັ່ງ​ປະ​ກາດ​ເຕືອນ​ໄພ​ຄື່ນ​ຍັກ​ສຶ​ນາ​ມິ ໃນ​ລັດ​ສະ​ໝີ 300 ກິ​ໂລ​ແມັດ ອ້ອມ​ຮອບ​ສູນ​ກາງ​ແຜ່ນ​ດິນ​ໄຫວ ໂດຍ​ໃນ​ເບື້ອງ​ຕົ້ນ ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍ ຫລື ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ແຕ່​ຢ່າງ​ໃດ.

ທັງ​ນີ້ ສູນ​ເຕືອນ​ໄພ​ສຶ​ນາ​ມິ​ແຫ່ງ​ປາ​ຊີ​ຟິກ​ໄດ້​ຄາດ​ວ່າ ຂະ​ໜາດ​ຂອງ​ສຶ​ນາ​ມິ​ໃນ​ຄັ້ງ​ນີ້ ບໍ່​ໜ້າ​ຈະ​ຮຸນ​ແຮງ ຫລື ໄປ​ໄກ​ເຖິງ​ໝູ່​ເກາະ​ຮາ​ວາຍ ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ແຕ່​ຢ່າງ​ໃດ.

 

ບົດຄວາມຫຼ້າສຸດ

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...

ເຈົ້າຂອງຟາມແຂ້ຈຳໃຈ ປິດຊີວິດແຂ້ໝົດຟາມ ເນື່ອງຈາກຢ້ານນ້ຳຖ້ວມຈະເຮັດໃຫ້ຫຼຸດອອກໄປກັດຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ກັນຍາ 2024 ຜ່ານມານີ້ວ່າ, ຟາມໂຕແຂ້ແຫ່ງໜຶ່ງໃນຈັງຫວັດລຳພູນ ປະເທດໄທ ໄດ້ທຳການປິດຊີວິດໂຕແຂ້ໝົດທັງໝົດໃນຟາມເກືອບຮ້ອຍໂຕເນື່ອງຈາກຢ້ານນ້ຳຖ້ວມ ແລະ ເຮັດໃຫ້ແຂ້ຫຼຸດອອກມາກັດຄົນໃນພຶ້ນທີ່ດັ່ງກ່າວ. ເຈົ້າຂອງຟາມໄດ້ລະບຸວ່າ: ໄດ້ຕັດສິນໃຈນຳໂຕແຂ້ພໍ່-ແມ່ ພັນທີ່ຢູ່ດ້ວຍກັນມາຕັ້ງແຕ່ທຳອິດເມື່ອ 17 ປີອອກຈາກອ່າງທັງໝົດ...

ບໍ່ແກ້ວ ລົງກວດກາຮ້ານຄາ-ລາຄາສິນຄ້າ ພາຍໃນແຂວງໃຫ້ກຳນົດເປັນເງິນກີບ

ວັນທີ 24 ກັນຍາ 2024, ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງບໍ່ແກ້ວ ນໍາໂດຍ ທ່ານ ຄໍາລື ແກ້ວປະເສີດ ຫົວໜ້າຂະແໜງການຄ້າພາຍໃນ,...

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...