spot_img
Homeຂ່າວຕ່າງປະເທດນາ​ຍົກ​ເນ​ປານ​ເປີດ​ເຜີຍ ຍອດ​ຜູ້​ເສຍ​ຊີ​ວິດແຜ່​ນ​ດິນ​ໄຫວ​ເກີນ 5 ພັນ​​ຄົນ​ແລ້ວ!

ນາ​ຍົກ​ເນ​ປານ​ເປີດ​ເຜີຍ ຍອດ​ຜູ້​ເສຍ​ຊີ​ວິດແຜ່​ນ​ດິນ​ໄຫວ​ເກີນ 5 ພັນ​​ຄົນ​ແລ້ວ!

Published on

614982-01

ນາ​ຍົກ​ລັດ​ຖະ​ມົນ​ຕີເນ​ປານ ເປີດ​ເຜີຍຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ ທະ​ລຸ 5,057 ຄົນ ແລະ ບາດ​ເຈັບ​ກ່​ວາ 9 ພັນ​ຄົນ ຄາດ​ຜູ້​ເສຍ​ຊີ​ວິດ​ອາດ​ສູງ​ເກີນ 1 ໝື່ນ​ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 29 ເມ​ສາ​ນີ້​ວ່າ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຊູ​ຊິນ ຄອຍ​ຣາ​ລ່າ ຂອງ​ເນ​ປານ ໄດ້​ເປີດ​ເຜີຍ​ຂໍ້​ມູນ​ຕໍ່​ຜູ້​ສື່​ຂ່າວ​ຂອງ​ຕ່າງ​ປະ​ເທດ​ວ່າ ສຳ​ລັບ​ຍອດ​ຜ​ູ້​ເສຍ​ຊີ​ວິດ​ທີ່​ມີ​ການ​ຢືນ​ຢັນ​ຢ່າງ​ເປັນ​ທາງ​ການນັ້ນ ຈົນ​ຮອດ​ຕອນ​ຄ່ຳ​ຂອງວັນ​ອັງ​ຄານ (28 ເມ​ສາ) ຜ່ານ​ມາ​ນີ້ ແມ່ນ​ທະ​ລຸ 5,057 ຄົນ ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບຫລາຍ​ກ່​ວາ 9,000 ຄົນແລ້ວ ໂດຍຍອມ​ຮັບ​ວ່າ ຍອດ​ຜູ້​ເສຍ​ຊີ​ວິດ​ອາດ​ເກີນ 10,000 ຄົນ ເນື່ອງ​ຈາກ​ເລີ່ມ​ມີ​ການ​ພົບ​ສົບ​ຜູ້​ເສຍ​ຊີ​ວິດ​ໃນ​ພື້ນ​ທີ່​ຫ່າງ​ໄກ​ຫລາຍ​ຂຶ້ນ ຫລັງ​ຈາກ​ທີ່​ສາ​ມາດ​ເຂົ້າ​ເຖິງ​ພື້ນ​ທີ່​ເຫລົ່າ​ນັ້ນ​ໄດ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນ​ປານ​ຍັງ​ກ່າວ​ຢ້ຳ​ອີກວ່າ ລັດ​ຖະ​ບານ​ເນ​ປານ ກຳ​ລັງ​ດຳ​ເນີນ​ການ​ທຸກວິ​ຖີ​ທາງ ເພື່ອ​ໃຫ້​ຄວາ​ມ​ຊ່ວຍ​ເຫລືອ ແລະ ບັນ​ເທົາ​ທຸກ​ໃຫ້​ກັບ​ປະ​ຊາ​ຊົນ​ຢ່າງ​ເຕັມ​ທີ່.

 

 

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...