spot_img
Homeຂ່າວຕ່າງປະເທດ​ຍີ່​ປຸ່ນ​ທົດ​ສອບ​ລົດ​ໄຟ​ລາງ​ແມ່​ເຫລັກ ແລ່ນ​ໄວ​ທີ່​ສຸດ​ໃນ​ໂລກ 590 ກມ/ຊົ່ວ​ໂມງ!

​ຍີ່​ປຸ່ນ​ທົດ​ສອບ​ລົດ​ໄຟ​ລາງ​ແມ່​ເຫລັກ ແລ່ນ​ໄວ​ທີ່​ສຸດ​ໃນ​ໂລກ 590 ກມ/ຊົ່ວ​ໂມງ!

Published on

600_100

ຍີ່​ປຸ່ນ​ທົດ​ສອບ​ລົດ​ໄຟ​ລາງ​ແມ່​ເຫລັກຂະ​ບວນ​ໃໝ່ ແລ່ນ​ໄວ 590 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ສ້າງສະ​ຖິ​ຕິ​ເປັນ​ລົດ​ໄຟ​ແລ່ນ​ໄວ​ທີ່​ສຸດ​ໃນ​ໂລກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 20 ເມ​ສາ​ຜ່ານ​ມາ​ນີ້​ວ່າ ບໍ​ລິ​ສັດ​ ເຊັນ​ທ​ຣັນ ເຈ​ແປນ ເຣວ​ເວຍ໌ ຫລື JR Central ຂອງ​ຍີ່​ປຸ່ນ ໄດ້​ທຳ​ການ​ທົດ​ສອບ​ຄວາມ​ສາ​ມາດ​ຂອງ​ລົດ​ໄຟ​ລາງ​ແມ່​ເຫລັກ​ຂະ​ບວນ​ໃໝ່ ເທິງ​ເສັ້ນ​ທາງ​ທົດ​ລອງ​ໃນ​ແຂວງ​ຢາ​ມາ​ນາ​ຊິ ໃນ​ມື້​ວັນ​ພະ​ຫັດ​ທີ 16 ເມ​ສາ​ຜ່ານ​ມາ ໂດຍ​ພົບ​ວ່າ​ສາ​ມາດ​ແລ່ນ​ໄດ້​ໄວ​ສູງ​ສຸດ​ເຖິງ 590 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ທຳ​ລາຍ​ສະ​ຖິ​ຕິ​ເດີມ​ຂອງ​ລົດ​ໄຟ​ຈາກ​ບໍ​ລິ​ສັດ​ດຽວ​ກັນ​ນີ້ ທີ່​ເຄີຍ​ສ້າງ​ໄວ້​ທີ່ 581 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ໃນ​ເດືອນ​ຕຸ​ລາປີ 2003 ແລະ ປັດ​ຈຸ​ບັນ​ໄດ້​ສ້າງ​ສະ​ຖິ​ຕິ​ເປັນ​ລົດ​ໄຟ​ທີ່​ແລ່ນ​ດ້ວຍ​ຄວາມ​ໄວ​ສູງ​ທີ່​ສຸດ​ໃນ​ໂລກ.

ລົດ​ໄຟ​ລາງ​ແມ່​ເຫລັກ​ຄວາມ​ໄວ​ສູງ​ຂະ​ບວນ​ດັ່ງ​ກ່າວ​ນີ້ ໄດ້​ມີ​ແຜນ​ຈະ​ເປີດ​ໃຫ້​ບໍ​ລິ​ການ​ແທ້​ຈິງ ໃນ​ປີ 2027 ໂດຍ​ຈະ​ແລ່ນ​ເຊື່ອມ​ຕໍ່​ລະ​ຫວ່າງ​ນະ​ຄອນ​ຫລວງ​ໂຕ​ກຽວ ແລະ ນາ​ໂກ​ຢ່າ ໂດຍ​ເມື່ອ​ໃຊ້​ງານ​ແທ້​ຈິງ​ນັ້ນ ລົດ​ໄຟ​ຈະ​ຖືກ​ກຳ​ນົດ​ໃຫ້​ແລ່ນ​ໄດ້​ສູງ​ສຸດ 505 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ເຮັດ​ໃຫ້​ເວ​ລາ​ເດີນ​ທາງ​ລະ​ຫວ່າງ 2 ເມືອງ​ໃຫຍ່​ດັ່ງ​ກ່າວ ຫລຸດ​ລົງ​ເຫລືອ​ພຽງ 40 ນາ​ທີ ເຊິ່ງ​ຫລຸດ​ລົງ​ຈາກ​ຂະ​ບວນ​ທີ່​ແລ່ນ​ຢູ່​ປັດ​ຈຸ​ບັນ​ກາຍ​ເຄິ່ງ​ໜຶ່ງ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...