Homeຂ່າວພາຍ​ໃນທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

Published on

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ເຂົ້າຮ່ວມມີທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າກອງກວດກາປ່າໄມ້, ໜ່ວຍງານທີ່ກ່ຽວຂ້ອງ ຈາກກອງກວດກາປ່າໄມ້ປະຈໍາແຂວງ ແລະ ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງເຂົ້າຮ່ວມ.

May be an image of 3 people, slow loris and textຕະຫຼອດໄລຍະ 3 ເດືອນຜ່ານມາ, ທາງເຈົ້າທີ່ກວດກາປ່າໄມ້ແຂວງ ໄດ້ລົງສົມທົບໜ່ວຍງານກວດກາປ່າໄມ້ເມືອງ ເປັນຕົ້ນເມືອງທ່າພະບາດ, ເມືອງປາກກະດິງ ແລະ ເມືອງວຽງທອງ ເພື່ອກວດກາການລັກລອບ ຊື້-ຂາຍສັດນໍ້າ ແລະ ສັດປ່າ ຕາມຕະຫຼາດ ແລະ ຈຸດຕ່າງໆເປັນຕົ້ນ ຕະຫຼາດບ້ານເວີນທາດ, ຕະຫຼາດທ່າບົກ, ຕະຫຼາດນ້ອຍໜອງໝາກຈັບ, ຕະຫຼາດບ້ານທວຍແບ່ງ ເມືອງທ່າພະບາດ, ຕະຫຼາດໂພນສີ, ຕະຫຼາດທົ່ງນາມີ, ຕະຫຼາດທາງແບ່ງ ເມືອງປາກກະດິງ, ຕະຫຼາດບ້ານນໍ້າຢ່າງ, ຕະຫຼາດຈອມທອງ ເມຶອງວຽງທອງ ແລະ ຈຸດອື່ນທີມີຄວາມສ່ຽງ.

อาจเป็นรูปภาพของ 2 คน และ เต่า

ສາມາດກວດພົບເຫັນສັດປ່າທີ່ຍັງມີຊີວິດປະເພດ ແລນ 10 ໂຕ ນໍ້າໜັກ 21 ກິໂລ, ກະຮອກ 1 ໂຕ, ກະທ້າງ 5 ໂຕ, ເຕົ່າ 1 ໂຕ ແລະ ກວດພົບສິ້ນສ່ວນສັດຕາຍມີຄື: ຊີ້ນສ່ວນໝູປ່າ 58 ກິໂລ, ເຫງັນ 2 ໂຕ, ຫອນ 1 ໂຕ, ກະທ້າງ 8 ໂຕ, ອົ້ນ 1 ໂຕ ແລະ ກະຮອກ 35 ໂຕ (ສ່ວນສັດຕາຍ ແລະ ສິ້ນສ່ວນສັດ) ແມ່ນລໍຖ້າການທໍາລາຍ, ໂດຍການຂຸດຂຸມຝັງໃນວັນທີ 23 ກັນຍາ 2024 ລວມທັງໝົດມີ: ສັດປ່າທັງໝົດ 64 ໂຕ ແລະ ສິ້ນສ່ວນໝູປ່າ ນໍ້າໜັກ 58 ກິໂລ, ລວມທັງໝົດ 107,5 ກິໂລ ແລະ ສໍາລັບສັດທີ່ຍັງມີຊິວິດແມ່ນໄດ້ຈັດພິທີປ່ອຍຄືນສູ່ທໍາມະຊາດ.

ຂ່າວ: ໜັງສືພິມບໍລິຄຳໄຊ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...