Homeຂ່າວນໍ້າຖ້ວມຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

Published on

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024.

2) ມອບໃຫ້ພະແນກ ຍທຂ ແຂວງເອົາໃຈໃສ່ເລັ່ງລະບົບນໍ້າປະປາພາຍໃນຕົວເມືອງໃຫ້ນໍາໄດ້ປົກກະຕິ, ເຄຍພື້ນທີ່ ເສັ້ນທາງທີ່ຖືກດິນເຈື່ອນໃຫ້ຈາລະຈອນໄດ້ ແລະ ສົມທົບກອງບັນຊາການຕໍາຫຼວດແຂວງ(ນໍ້າໃຊ້ລົດດັບເພິ່ງຊິດ ອະນາໄມຂອບເຂດທີ່ຖືກຜົນກະທົບໄພນໍ້າຖ້ວມຕາມແຕ່ລະຈຸດທີ່ສາມາດເຂົ້າເຖິງໄດ້.

3) ມອບໃຫ້ຄະນະບໍລິຫານງານຊາວຫນຸ່ມແຂວງເຕົ້າໂຮມກ້ອນກໍາລັງສະມາຊິກຊາວຫນຸ່ມຈັດແບ່ງໄປຊ່ວຍບັນດາຄອບຄົວ
ຖືກໄພພິບັດໃນແຕ່ລະຈຸດຕາມຄວາມເຫມາະສົມ.

4) ສໍາລັບຄວາມຮັບຜິດຊອບຂອງແຕ່ລະພະແນກການຈະມີແຜນແບ່ງຕິດຕັດມາພ້ອມ ແລະ ສ່ວນຄ່າສິ້ນເປືອງຕ່າງໆຂໍ ມອບໃຫ້ເປັນພັນທະປະກອບສ່ວນຮ່ວມກັນໃນການແກ້ໄຂໄພພິບັດໃນຄັ້ງນີ້. ຫາກມີບັນຫາໃດທີ່ຈໍາເປັນແທ້ຈິງສະເຫນີລາຍງານຫາຫ້ອງວ່າການເເຂວງເພື່ອຂໍທິດຊີ້ນໍາຈາກການນໍາແຂວງ.

5) ສ່ວນເຄື່ອງມືອຸປະກອນມອບໃຫ້ແຕ່ລະພາກສ່ວນກະກຽມຄວາມພ້ອມຕາມຄວາມເຫມາະສົມ ແລະ ລົງກວດກາເບິ່ງຕົວຈິງຢູ່ແຕ່ລະເຂດທີ່ໄດ້ມອບຫມາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...