Homeຂ່າວຕ່າງປະເທດອັບເດດຍອດຜູ້ເສຍຊີວິດ ຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາ

ອັບເດດຍອດຜູ້ເສຍຊີວິດ ຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາ

Published on

ອີງຕາມສື່ທາງການຂອງປະເທດມຽນມາລາຍງານໃນວັນທີ 17 ກັນຍາ 2024 ນີ້ກ່ຽວກັບເຫດການໄພພິບັດນ້ຳຖ້ວມຮຸນແຮງໃນມຽນມາ ໂດຍມີຄົນຄົນເສຍຊີວິດຢ່າງນ້ອຍ 226 ຄົນ ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ໂດຍສາເຫດຂອງນ້ຳຖ້ວມມາຈາກຝົນທີ່ຕົກໜັກຈາກອິດທິພົນຂອງພາຍຸໝຸນເຂດຮ້ອນ ຢາກິ ທີ່ພັດເຂົ້າຖະຫຼົ່ມໃນພາກກາງຂອງປະເທດມຽນມາ.

ຕາມການລາຍງານຂອງໜັງສືພິມຂອງລັດຖະບານມຽນມາລະບຸວ່າ: ຕອນນີ້ຍັງມີຜູ້ຄົນຫາຍສາບສູນ 77 ຄົນ ເຊິ່ງຂະນະນີ້ທາງການມຽນມາໄດ້ເປີດຄ້າຍບັນເທົາທຸກ 388 ແຫ່ງ ໃນພຶ້ນທີ່ບັນດາ 9 ແຂວງທີ່ໄດ້ຮັບຜົນກະທົບ.

ລາຍງານຍັງໄດ້ລະບຸຕື່ມອີກວ່າ: ສະເພາະເມືອງ ມັນທະເລ ພຽງເມືອງດຽວພຶ້ນທີ່ກະສິກຳປະມານ 100,000 ໄຮ່ຈົມຢູ່ໃນນ້ຳ ບ້ານເຮືອນປະມານ 26,700 ຫຼັງໄດ້ຮັບຄວາມເສຍຫາຍ ແລະ ເສັ້ນທາງຫຼາຍສາຍຖືກຕັດຂາດຈາກຝົນຕົກໜັກ ແລະ ນ້ຳຖ້ວມ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...