spot_img
Homeຂ່າວຕ່າງປະເທດພະ​ຍາດ​ລຶກ​ລັບ​! ຂ້າ​ຊາວ​ໄນ​ຈີ​ເຣຍ​ແລ້ວ 17 ຄົນ ຕິດ​ເຊື້ອ​ແລ້ວ​ຕາຍ​ພາຍ​ໃນ 24 ຊົ່ວ​ໂມງ!

ພະ​ຍາດ​ລຶກ​ລັບ​! ຂ້າ​ຊາວ​ໄນ​ຈີ​ເຣຍ​ແລ້ວ 17 ຄົນ ຕິດ​ເຊື້ອ​ແລ້ວ​ຕາຍ​ພາຍ​ໃນ 24 ຊົ່ວ​ໂມງ!

Published on

mysterious-disease
(ພາບ​ປະ​ກອບ)

 

ເກີດ​ພະ​ຍາດ​ປິດ​ສະ​ໜາ​ລະ​ບາດ ຂ້າ​ຊີ​ວິດ​ຊາວ​ໄນ​ຈີ​ເຣຍ​ໄປ​ແລ້ວ 17 ຄົນ ໂດຍ​ສະ​ແດງ​ອາ​ການ​ແລ້ວ ກໍ​ຈະ​ເສຍ​ຊີ​ວິດ​ພາຍ​ໃນ 24 ຊົ່ວ​ໂມງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 19 ເມ​ສາ​ຜ່ານ​ມາ​ນີ້​ວ່າ ເກີດ​ພະ​ຍາດ​ປິດ​ສະ​ໜາ​ລະ​ບາດ​ໃນ​ປະ​ເທດ​ໄນ​ຈີ​ເຣຍ ໂດຍ​ໄດ້​ຂ້າ​ຊີ​ວິດ​ປະ​ຊາ​ຊົນ​ຊາວ​ໄນ​ຈີ​ເຣຍ​ໄປ​ແລ້ວຢ່າງ​ໜ້ອຍ 17 ຄົນ ເຊິ່ງ​ແຕ່​ລະ​ຄົນ​ຫລັງ​ຈາກ​ສະ​ແດງ​ອາ​ການ​ລົ້ມ​ປ່ວຍ ກໍ​ຈະ​ເສຍ​ຊີ​ວິດ​ລົງ​ພ​າຍ​ໃນ 24 ຊົ່ວ​ໂມງ​ທັນ​ທີ.

ອາ​ກາ​ນ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ນັ້ນ ທາງ​ແພດ​ໄດ້​ລະ​ບຸ​ວ່າ ຄົນ​ເຈັບ​ຈະ​ມີ​ອາ​ການ​ປວດ​ຫົວ, ນ້ຳ​ໜັກ​ຫລຸດ​ລົງ, ຕາ​ມົວ ແລະ ເລີ່ມ​ບໍ່​ມີ​ສະ​ຕິ ຄວບ​ຄຸມ​ຕົນ​ເອງ​ບໍ່​ໄດ້ ເຊິ່ງ​ຫລັງ​ຈາກ​ສະ​ແດງ​ອາ​ການ​ຄົນ​ເຈັບ​ກໍ​ຈະ​ເສຍ​ຊີ​ວິດ​ລົງ ພາຍ​ໃນ 24 ຊົ່ວ​ໂມງ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...