spot_img
Homeຂ່າວຕ່າງປະເທດUN ແຕ່ງ​ຕັ້ງ​ພະ​ເອກ​ເຈມບອນ 007 ເປັນ​ທູດ​ກຳ​ຈັດ​ລະ​ເບີດ ຄົນ​ທຳ​ອິດ​ຂອງ​ໂລກ!

UN ແຕ່ງ​ຕັ້ງ​ພະ​ເອກ​ເຈມບອນ 007 ເປັນ​ທູດ​ກຳ​ຈັດ​ລະ​ເບີດ ຄົນ​ທຳ​ອິດ​ຂອງ​ໂລກ!

Published on

600_95

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫລື UN ແຕ່ງ​ຕັ້ງ ທ້າວ ແດ​ນຽວ ເຄ​ຣັກ ພະ​ເອກ​ເຈມບອນ ໃນ​ຮູບ​ເງົາເລື່ອງ 007 ເປັນ​ທູດ​ກຳ​ຈັດ​ລະ​ເບີດ ແລະ ວັດ​ຖຸ​ອັນ​ຕະ​ລາຍ​ຄົນ​ທຳ​ອິ​ດ​ຂອງ​ໂລກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 17 ເມ​ສາ​ຜ່ານ​ມາ​ນີ້​ວ່າ ທ່ານ ບັນ ກີ ມູນ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫລື UN ໄດ້​ແຕ່ງ​ຕັ້ງ​ໃຫ້ ທ້າວ ແດ​ນຽວ ເຄ​ຣັກ ພະ​ເອກ​ຊາວ​ອັງ​ກິດ​ຜູ້​ຮັບ​ບົດ​ເປັນ​ສາຍ​ລັບ​ເຈມບອນ ໃນ​ເລື່ອງ 007 ເຮັດ​ໜ້າ​ທີ່​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ການ​ກຳ​ຈັດ​ລະ​ເບີດ ແລະ ວັດ​ຖູ​ອັນ​ຕະ​ລາຍ​ຄົນ​ທຳ​ອິດ​ຂອງ​ໂລກ ໂດຍ​ຫວັງ​ທີ່​ຈະ​ໃຊ້​ບົດ​ບາດ​ໃນ​ຮູບ​ເງົາ​ສາຍ​ລັບ 007 ຂອງ​ເຂົາ​ເອງ ທີ່​ໂດ່ງ​ດັງ​ໄປ​ໃນ​ທົ່ວ​ໂລກ​ນັ້ນ ຊ່ວຍ​ກະ​ຕຸ້ນ​ໃຫ້​ຜູ້​ຄົນ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເກັບ​ກູ້ ແລະ ທຳ​ລາຍ​ລະ​ເບີດ​ທີ່​ບໍ່​ທັນ​ແຕກ.

ທັງ​ນີ້ ແດ​ນຽວ ເຄ​ຣັກ ຈະ​ປະ​ຕິ​ບັດ​ພາ​ລະ​ກິດ​ເປັນ​ເວ​ລາ 3 ປີ ໂດຍ​ມີ​ໜ້າ​ທີ່​ສົ່ງ​ເສີມ​ພາ​ລະ​ກິດ ໃນ​ການ​ກຳ​ຈັດ​ລະ​ເບີດໃຫ້​ແກ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...