spot_img
Homeຂ່າວຕ່າງປະເທດ​ກອງ​ທັບ​ເຄັນ​ຢາ ໂຈມ​ຕີ​ແກ້​ແຄ້ນ​ກຸ່ມອັນ - ຊາ​ບັບ ເຫດ​ສັງ​ຫານ​ໝູ່​ນັກ​ສຶກ​ສາແລ້ວ!

​ກອງ​ທັບ​ເຄັນ​ຢາ ໂຈມ​ຕີ​ແກ້​ແຄ້ນ​ກຸ່ມອັນ – ຊາ​ບັບ ເຫດ​ສັງ​ຫານ​ໝູ່​ນັກ​ສຶກ​ສາແລ້ວ!

Published on

558000004122401

ກອງ​ທັບ​ເຄັນ​ຢາ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ແກ້​ແຄ້ນ​ກຸ່ມ​ອັນ-ຊາ​ບັບ ຈາກ​ເຫດ​ສັງ​ຫານ​ໝູ່​ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ກາ​ຣິດ​ຊາ

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 6 ເມ​ສາ​ຜ່ານ​ມາ​ນີ້​ວ່າ ກອງ​ກຳ​ລັງ​ທາງ​ອາ​ກາດ​ຂອງກອງ​ທັບ​ເຄັນ​ຢາ ໄດ້​ບຸກ​ໂຈມ​ຕີ​ຄ້າຍ 2 ແຫ່ງ ຂອງ​ກຸ່ມ​ອັນ-ຊາ​ບັບ ໃນ​ປະ​ເທດ​ໂຊ​ມາ​ລີ ມື້​ວັນ​ອາ​ທິດ (5 ເມ​ສາ) ຜ່ານ​ມາ​ນີ້ ເຊິ່ງ​ເປັນ​ການ​ຕອບ​ໂຕ້​ທາງ​ທະ​ຫານ​ຄັ້ງ​ທຳ​ອິດຂອງ​ເຄັນ​ຢາ ຕໍ່​ກັບ​ກຸ່ມ​ຫົວ​ຮຸນ​ແຮງ ທີ່​ກໍ່​ເຫດ​ບຸກ​ຂ້າ​ໝູ່​ນັກ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ກາ​ຣິດ​ຊີ​ທີ່​ຜ່ານ​ມາ.

ແຫລ່ງ​ຂ່າວ​ລະ​ບຸ​ວ່າ ເຮືອ​ບິນ​ຮົບ​ຂອງ​ເຄັນ​ຢາ ໄດ້​ຖະ​ຫລົ່ມ​ຄ້າຍ 2 ແຫ່ງ ໃນ​ກອນ​ໂດ​ໂດ​ເວ ແລະ ອິດ​ສະ​ມາ​ອິນ ເຊິ່ງ​ທັງ​ສອງ​ແຫ່ງ​ແມ່ນ​ຢູ່​ໃນ​ເຂດ​ເກ​ໂດ ປະ​ເທດ​ໂຊ​ມາ​ລີ ຕິດ​ກັບ​ຊາຍ​ແດນ​ຂອງ​ປະ​ເທດ​ເຄັນ​ຢາ ແຕ່​ເນື່ອງ​ຈາກ​ມີ​ເມກ​ປົກ​ຄຸມ​ຢູ່ ຈິ່ງ​ບໍ່​ສາ​ມາດ​ປະ​ເມີນ​ຄວາມ​ເສຍ​ຫາຍ ແລະ ຈຳ​ນວນ​ຜູ້​ໄດ້​ຮັບ​ບາດ​ເຈັບ ຫລື ເສຍ​ຊີ​ວິດ​ໄດ້.

ທັງ​ນີ້ ປະ​ຕິ​ບັດ​ການ​ດັ່ງ​ກ່າວ ແມ່ນ​ເປັນ​ການ​ແກ້​ແຄ້ນກຸ່ມ​ອັນ​-ຊາ​ບັບ ທີ່​ໄດ້​ບຸກ​ເຂົ້າ​ໄປ​ສັງ​ຫານ​ໝູ່ ນັກ​ສຶກ​ສາຈຳ​ນວນ 148 ຄົນ ໃນ​ມື້​ວັນ​ພະ​ຫັດ​ທີ 2 ເມ​ສາ​ຜ່ານ​ມາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ກາ​ຣິດ​ຊາ ຂອງ​ປະ​ເທດ​ເຄັນ​ຢາ ເຊິ່ງ​ຢູ່​ຫ່າງ​ຈາກ​ຊາຍ​ແດນ​ໂຊ​ມາ​ລີ​ໄປ​ປະ​ມານ 200 ກິ​ໂລ​ແມັດ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...