spot_img
Homeຂ່າວຕ່າງປະເທດສຸດຍອດ! ແມ່​ຕູ້​ຊາວ​ຍີ່​ປຸ່ນ ອາ​ຍຸ 100 ປີ ລອຍ​ນ້ຳ 1,500 ແມັດ ເປັນຄົນ​ທຳ​ອິດ​ຂອງ​ໂລກ!

ສຸດຍອດ! ແມ່​ຕູ້​ຊາວ​ຍີ່​ປຸ່ນ ອາ​ຍຸ 100 ປີ ລອຍ​ນ້ຳ 1,500 ແມັດ ເປັນຄົນ​ທຳ​ອິດ​ຂອງ​ໂລກ!

Published on

558000004104801

ແມ່​ຕູ້​ຊາວ​ຍີ່​ປຸ່ນ​ອາ​ຍຸ 100 ປີ ສ້າງ​ສະ​ຖິ​ຕິ​ລອຍ​ນ້ຳ​ໄລ​ຍະ 1,500 ແມັດ ໄດ້​ສຳ​ເລັດ​ເປັນ​ຄົນ​ທຳ​ອິດ​ຂອງ​ໂລກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 6 ເມ​ສາ​ນີ້​ວ່າ ແມ່​ຕູ້​ຊາວ​ຍີ່​ປຸ່ນ ອາ​ຍຸ 100 ປີ ຊື່ ມິ​ເອ​ໂກະ ນາ​ງາ​ໂອ​ກະ ໃຊ້​ເວ​ລາ​ພຽງ 1 ຊົ່ວ​ໂມງກັບ 16 ນາ​ທີເທົ່າ​ນັ້ນ ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ​ຂັນລອຍ​ນ້ຳ 1,500 ແມັດ ໂດຍ​ແມ່​ຕູ້​ເປັນ​ຜູ້​ສະ​ໝັກ​ແຂ່ງ​ຂັນ​ພຽງ​ຄົນ​ດຽວ ໃນ​ໝວດ​ອາ​ຍຸ 100 – 104 ປີ ເຊິ່ງ​ຈັດ​ຂຶ້ນ​ຢູ່​ທີ່​ສະ​ລອຍ​ນ້ຳ​ແຫ່ງ​ໜຶ່ງ ໃນ​ແຂວງ​ເອ​ຮິ​ເມະ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ຍີ່​ປຸ່ນ ໃນ​ມື້​ວັນ​ເສົາ​ທີ 4 ເມ​ສາ​ຜ່ານ​ມາ.

ຄວາມ​ສຳ​ເລັດ​ໃນ​ການ​ລອຍ​ນ້ຳ​ໄລ​ຍະ 1,500 ແມັດ​ຂອງ​ແມ່​ຕູ້​ໃນ​ຄັ້ງ​ນີ້ ໄດ້​ຖືກ​ຮັບ​ຮອງ​ໂດຍ​ກິນ​ເນັ​ສ ເວີນ ເຣັກ​ຄອດ ວ່າ​ເປັນ​ຜູ້​ທີ່​ມີ​ອາ​ຍຸ 100 ປີ ທີ່​ລອຍ​ນ້ຳ​ໄດ້​ຄ່ອງ​ແຄ້ວ​ທີ່​ສຸດ​ໃນ​ໂລກ.

ຂໍ້​ມູນ​ຈາກ​ລັດ​ຖະ​ບານ​ຍີ່​ປຸ່ນ​ເປີດ​ເຜີຍ​ວ່າ ມາ​ຮອດ​ເດືອນ​ກັນ​ຍາ​ປີ 2014 ຜ່ານ​ມາ​ນີ້ ມີ​ພົນ​ລະ​ເມືອງ​ຊາວ​ຍີ່​ປຸ່ນ​ອາ​ຍຸ​ຄົບ​ຮອບ 100 ປີ ຫລື ຫລາຍ​ກ່​ວາ 100 ປີ ເຖິງ 59,000 ຄົນ ໂດຍ​ສະ​ເລ່ຍ​ແລ້ວ 1 ແສນ​ຄົນ​ໃດ ຈະ​ມີ​ຄົນ​ມີ​ອາ​ຍຸ​ຄົບ ຫລື ຫລາຍ​ກ່​ວາ 100 ປີ ຢູ່ 46 ຄົນ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...