spot_img
Homeຂ່າວຕ່າງປະເທດກົດ​ໝາຍ​ດູ​ໄບ​ໜັກ! ພຽງ 2 ເດືອນ​ປັບ​ເງິນ​ນັກ​ລ່ວງ​ໄຟ​ແດງ ໄດ້​ສູງ​ກ່​ວາ 1 ລ້ານ​ໂດ​ລາ!

ກົດ​ໝາຍ​ດູ​ໄບ​ໜັກ! ພຽງ 2 ເດືອນ​ປັບ​ເງິນ​ນັກ​ລ່ວງ​ໄຟ​ແດງ ໄດ້​ສູງ​ກ່​ວາ 1 ລ້ານ​ໂດ​ລາ!

Published on

558000003987102

ນັກ​ຂັບ​ຂີ່​ຢູ່​ດູ​ໄບ ຖືກ​ປັບ​ໄໝ​ເງິນ​ຍ້ອນ​ຂັບ​ລົດ​ຜ່າ​ໄຟ​ແດງ ຄິດ​ເປັນ​ວົງ​ເງິນ​ສູງ​ກ່​ວາ 1 ລ້ານ​ໂດ​ລາ​ສະ​ຫະ​ລັດ ສະ​ເພາະ​ໄລ​ຍະ 2 ເດືອນ​ທຳ​ອິດ​ຂອງ​ປີ​ນີ້.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ເມ​ສາ​ນີ້​ວ່າ ສະ​ເພາະ​ໄລ​ຍະ 59 ມື້​ທຳ​ອິດ​ຂອງ​ປີ 2015 ນີ້ ມີ​ຜູ້​ຂັບ​ຂີ່​ຖືກ​ປັບ​ໄໝ​ຍ້ອນ​ຂັບ​ລົດ​ຜ່າ​ໄຟ​ແດງ ຢູ່​ລັດ​ດູ​ໄບ​ສູງ​ເຖິງ 4,800 ຄົນ ໂດຍ​ສະ​ເລ່ຍ 80 ຄົນ​ຕໍ່​ມື້ ສົ່​ງ​ຜົນ​ໃຫ້​ກົມ​ຕຳ​ຫລວ​ດູ​ໄບ ສາ​ມາດ​ຮຽກ​ເກັບ​ເງິນ​ຄ​່າ​ປັບ​ໄໝ​ຈາ​ລະ​ຈອນ​ຈາກ​ຄວາມ​ຜິດ​ນີ້ ໄດ້​ທັງ​ໝົດ 1,045,466 ໂດ​ລາ​ສະ​ຫະ​ລັດ.

ຕາມ​ກົດ​ໝາຍ​ຈາ​ລະ​ຈອນ​ຂອງ​ດູ​ໄບ ໄດ້​ກຳ​ນົດ​ຄວາມ​ຜິດ​ຖານ​ຂັບ​ລົດ​ຜ່າ​ໄຟ​ແດງ​ ດ້ວຍ​ການ​ປັບ​ໄໝ​ເງິນ 217 ໂດ​ລາ​ຕໍ່​ຄັ້ງ ແລະ ຈະ​ຖືກ​ຍຶດ​ລົດ​ຄັນ​ທີ່​ໃຊ້​ກະ​ທຳ​ຄວາມ​ຜິດ​ທັນ​ທີ​ເປັນ​ເວ​ລາ 15 ວັນ.

ທັງ​ນີ້ ມີ​ຜູ້​ເສຍ​ຊີ​ວິດ​ໃນ​ດູ​ໄບ​ຫລາຍ​ກ່​ວາ 150 ຄົນ ຈາກ​ອຸ​ບັດ​ເຫດ​ທາງ​ທ້ອງ​ຖະ​ໜົນ​ໃນ​ປີ​ທີ່​ຜ່ານ​ມາ ແລະ ພົບ​ຜູ້​ກະ​ທຳ​ຄວາມ​ຜິດ​ລະ​ເມີດ​ກົດ​ລະ​ບຽບ​ຈາ​ລະ​ຈອນ​ຕ່າງໆ ສູງ​ເຖິງ 2,2 ລ້ານ​ຄົນ ໂດຍ​ໃນ​ຈຳ​ນວນ​ດັ່ງ​ກ່າວ ກ່​ວາ 59% ເປັນ​ຄວາມ​ຜິດ​ຖານ​ຂັບ​ລົດ​ໄວ​ເກີນ​ກຳ​ນົດ ແລະ ຂັບ​ລົດ​ຜ່າ​ໄຟ​ແດງ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...