spot_img
Homeຂ່າວຕ່າງປະເທດນາ​ຍົກ​ອັງ​ກິດ ເຂົ້າ​ເຝົ້າ​ພະ​ຣາ​ຊິ​ນີ ເພື່ອ​ຂໍ​ລາຍ​ເຊັນ​ສະ​ເໜີ​ຍຸບ​ສະ​ພາ ກ່ອນ​ການ​ເລືອກ​ຕັ້ງ

ນາ​ຍົກ​ອັງ​ກິດ ເຂົ້າ​ເຝົ້າ​ພະ​ຣາ​ຊິ​ນີ ເພື່ອ​ຂໍ​ລາຍ​ເຊັນ​ສະ​ເໜີ​ຍຸບ​ສະ​ພາ ກ່ອນ​ການ​ເລືອກ​ຕັ້ງ

Published on

608836-01

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ເຂົ້າ​ເຝົ້າ​ສົມ​ເດັດ​ພະ​ຣາ​ຊິ​ນີ​ເອ​ລິ​ຊາ​ເບດ​ທີ 2 ເພື່ອ​ຂໍ​ໃຫ້​ລົງ​ລາຍ​ເຊັນ ໃນ​ໃບ​ສະ​ເໜີ​ຍຸບ​ສະ​ພາ ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຈະ​ມີ​ຂຶ້ນ ໃນ​ວັນ​ທີ 7 ພຶດ​ສະ​ພາ​ນີ້.

ສຳ​ນັກ​ຂ່າວ​ຕ່າງ​ປ​ະ​ເທດ ລາຍ​ງານ​ໃນ​ວັນ​ທີ 31 ມີ​ນາ​ນີ້​ວ່າ ທ່ານ ເດ​ວິດ ຄາ​ເມ​ຣອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ໄດ້​ເດີນ​ທາງ​ອອກ​ຈາກ​ເຮືອນ​ພັກ​ຂອງ​ຕົນ ຢູ່​ນະ​ຄອນ​ຫລວງ​ລອນດອນ ເພື່ອ​ໄປ​ຍັງ​ພະ​ຣາ​ຊະ​ວັງ​ບັກ​ກິງ​ແຮມ ໂດຍ​ຈະ​ເຂົ້າ​ເຝົ້າ​ສົມ​ເດັດພະ​ຣາ​ຊິ​ນີ​ເອ​ລິ​ຊາ​ເບດ​ທີ 2 ປະ​ມຸກ​ລັດ​ແຫ່ງ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ເພື່ອ​ຍື່ນ​ໜັງ​ສື​ສະ​ເໜີ​ຍຸບ​ສະ​ພາ​ຜູ້​ແທນ​ຣາ​ຊະ​ດອນ ເຊິ່ງ​ພະ​ອົງ​ຈະ​ໄດ້​ລົງ​ລາຍ​ເຊັນ ເປັນ​ຜົນ​ໃຫ້​ການ​ຍຸບ​ສະ​ພາ​ຜູ້​ແທນ​ຣາ​ຊະ​ດອນ​ອັງ​ກິດ ເປັນ​ໄປ​ຢ່າງ​ຖືກ​ຕ້ອງ​ຢ່າງ​ເປັນ​ທາງ​ການ​ໃນ​ມື້​ນີ້ (31 ມີ​ນາ) ເພື່ອ​ຄືນ​ອຳ​ນາດ​ໃນ​ການ​ຕັດ​ສິນ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ ກ່ອນ​ຈະ​ມີ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ເຊິ່ງ​ກຳ​ນົດ​ມີ​ຂຶ້ນ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ທີ່​ຈະ​ມາ​ເຖິງ​ນີ້.

 

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...