spot_img
Homeຂ່າວຕ່າງປະເທດໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ຢ້ຳ​ຈະ​ບໍ່​ເຈ​ລະ​ຈາ​ສັນ​ຕິ​ພາບ ກັບ​ຜູ້​ນຳ​ຊີ​ເຣຍ!

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ຢ້ຳ​ຈະ​ບໍ່​ເຈ​ລະ​ຈາ​ສັນ​ຕິ​ພາບ ກັບ​ຜູ້​ນຳ​ຊີ​ເຣຍ!

Published on

558000003207701

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ອອກ​ມາ​ປັດ​ຂ່າວ​ແຜນ​ເຈ​ລະ​ຈາ​ກັບ​ຜູ້​ນຳ​ຊີ​ເຣຍ ພ້ອມ​ຢ້ຳ​ແຜນ​ສັນ​ຕິ​ພາບ​ຊີ​ເຣຍ ຕ້ອງ​ບໍ່​ມີ ບາ​ຊາ ອັນ-ອັດ​ຊາດ ເຂົ້າ​ຮ່ວມ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 17 ມີ​ນາ​ນີ້​ວ່າ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດອາ​ເມ​ຣິ​ກາ ໄດ້​ອອກ​ມາ​ຖະ​ແຫລງ​ໃນ​ມື້​ວານ​ນີ້ (16 ມີ​ນາ) ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ບໍ່​ມີ​ແຜນ​ເປີດ​ການ​ເຈ​ລະ​ຈາ​ກັບ ປະ​ທາ​ນາ​ທິ​ບໍ​ດີ ບາ​ຊາ ອັນ-ອັດ​ຊາດ ຜູ້​ນຳ​ຂອງ​ຊີ​ເຣຍແຕ່​ຢ່າງ​ໃດ, ກ່ອນ​ໜ້າ​ນີ້ ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ທ່ານ ຈອນ ແຄ​ຣີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ເອງ ໄດ້​ໃຫ້​ສຳ​ພາດ​ຜ່ານ​ເຄືອ​ຂ່າຍ​ສະ​ຖາ​ນີ​ໂທ​ລະ​ພາບ​ຊີ​ບີ​ເອັ​ສ ໂດຍ​ໄດ້​ລະ​ບຸ​ວ່າ ໃນ​ທ້າຍ​ທີ່​ສຸດ​ແລ້ວ ສົງ​ຄາມ​ກາງ​ເມືອງ​ຢູ່​ຊີ​ເຣຍ ຈະ​ຢຸ​ຕິ​ລົງ​ໄດ້​ກໍ​ດ້ວຍ​ວິ​ທີ​ການ​ເຈ​ລະ​ຈາ​ເທົ່າ​ນັ້ນ ແລະ ບອກວ່າ​ສະ​ຫະ​ລັດ​ເອງ ກຳ​ລັງ​ຫາ​ທາງ​ຊຸກ​ຍູ້​ໃຫ້​ຜູ້​ນຳ​ຊີ​ເຣຍຍອມ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ.  ແນວ​ໃດ​ກ​ໍ​ຕາມ, ພາຍ​ຫລັງ​ກາ​ນ​ຖະ​ແຫລງ​ຂອງ​ທ່ານ ຈອ​ນ ແຄ​ຣີ ບໍ່​ພໍ​ເທົ່າ​ໃດ​ມື້ ໂຄ​ສົກ​ຍິງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກໍ​ຟ້າວ​ອອກ​ມາ​ຖະ​ແຫລງ​ປະ​ຕິ​ເສດ​ແຜນ​ການ​ເຈ​ລະ​ຈາ​ກັບ​ຜູ້​ນຳ​ຊີ​ເຣຍ​ໂດຍ​ທັນ​ທີ ພ້ອມ​ທັງ​ລະ​ບຸ​ວ່າ ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ເອງ ມີ​ຄວາມ​ພ້ອມ​ທີ່​ຈະ​ເຈ​ລະ​ຈາ​ກັບ​ຜູ້​ແທນ​ຂອງ​ລັດ​ຖະ​ບານ​ຊີ​ເຣຍ ແຕ່​ຈະ​ບໍ່​ມີ​ການ​ເຈ​ລະ​ຈາ​ໂດຍ​ກົງ​ກັບ​ຜູ້​ນຳ​ຊີ​ເຣຍ ພ້ອ​ມ​ທັງ​ຕອກ​ຢ້ຳ​ອີກວ່າ ແຜນ​ສັນ​ຕິ​ພາບ​ຊີ​ເຣຍ ທີ່​ຈະ​ເກີດ​ຂຶ້ນ​ໃນ​ອາ​ນາ​ຄົດ​ນັ້ນ ຈະ​ບໍ່​ມີ​ຊາຍ​ທີ່​ຊື່ ບາ​ຊາ ອັນ-ອັ​ດ​ຊາດ ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ແຕ່​ຢ່າງ​ໃດ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...