spot_img
Homeຂ່າວຕ່າງປະເທດຂ່າວ​ດີ​ສຳ​ລັບ​ຜູ້​ຊາຍ! ທີມ​ແພດ​ອາ​ຟ​ຣິ​ກາ ສາ​ມາດ​ປູກ​ຖ່າຍ​ອະ​ໄວ​ຍະ​ວະ​ເພດ​ຊາຍ​ໄດ້ ຄັ້ງ​ທຳ​ອິດ​ຂອງ​ໂລກ!

ຂ່າວ​ດີ​ສຳ​ລັບ​ຜູ້​ຊາຍ! ທີມ​ແພດ​ອາ​ຟ​ຣິ​ກາ ສາ​ມາດ​ປູກ​ຖ່າຍ​ອະ​ໄວ​ຍະ​ວະ​ເພດ​ຊາຍ​ໄດ້ ຄັ້ງ​ທຳ​ອິດ​ຂອງ​ໂລກ!

Published on

chiCOVERthis

ທີມ​ແພດ​ອາ​ຟ​ຣິ​ກາ​ໃຕ້ ສາ​ມາດ​ປູກ​ຖ່າຍ​ອະ​ໄວ​ຍະ​ວະ​ເພດ​ຊາຍ​ໄດ້​ສຳ​ເລັດ ເປັນ​ຄັ້ງ​ທຳ​ອິດ​ຂອງ​ໂລກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 15 ມີ​ນາ​ຜ່ານ​ມາ​ນີ້​ວ່າ ທີມ​ແພດ​ອາ​ຟ​ຣິ​ກາ​ໃຕ້ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຜ່າ​ຕັດ​ປູກ​ຖ່າຍອະ​ໄວ​ຍະ​ວະ​ເພດ​ຊາຍ​ໄດ້ ເປັນ​ຄັ້ງ​ທຳ​ອິດ​ຂອງ​ໂລກ ເຊິ່ງ​ເປັນ​ຄວາມ​ຫວັງ​ຂອງ​ບັນ​ດາ​ຜູ້​ຊາຍ​ທີ່​ສູນ​ເສຍ​ອະ​ໄວ​ຍະ​ວະ​ເພດ​ໄປ ບໍ່​ວ່າ​ຈະ​ດ້ວຍ​ສາ​ເຫດ​ອັນ​ໃດ​ກໍ​ຕາມ ສາ​ມາດ​ກັບ​ມາ​ມີ​ອະ​ໄວ​ຍະ​ວະ​ເພດ​ແບບ​ສົມ​ບູນ​ແບບ​ໄດ້​ຄືນ​ອີກ ໂດຍ​ອາ​ໄສ​ອະ​ໄວ​ຍະ​ວະ​ເພດ​ຂອງ​ຜູ້​ບໍ​ລິ​ຈາກ.

ສຳ​ລັບ​ຄົນ​ເຈັບ​ທີ່​ເຂົ້າ​ຮັບ​ການ​ປູກ​ຖ່າຍ​ອະ​ໄວ​ຍະ​ວະ​ເພດ​ຊາຍ ເປັນ​ຄົນ​ທຳ​ອິດ​ຂອງ​ໂລກ​ນີ້ ແມ່ນ​ເປັນ​ຊາຍ​ໜຸ່ມ​ອາ​ຍຸ 21 ປີ ເຊິ່ງ​ອະ​ໄວ​ຍະ​ວະ​ເພດ​ໃໝ່​ຂອງ​ເຂົາ ສາ​ມາດ​ຍ່ຽວ​ໄດ້ ແລະ ແຂັງ​ຕົວ​ໄດ້​ຄື​ກັນ​ກັບ​ອະ​ໄວ​ຍະ​ຍະ​ເພດ​ຂອງ​ຜູ້​ຊາຍ​ທົ່ວ​ໄປ.

ລາຍ​ງານ​ລະ​ບຸ​ວ່າ ທີມ​ແພດ​ໄດ້​ໃຊ້​ເວ​ລາ​ກ່​ວາ 9 ຊົ່ວ​ໂມງ ສຳ​ລັບ​ປະ​ຕິ​ບັດ​ການ​ຜ່າ​ຕັດ​ດັ່ງ​ກ່າວ​ນີ້ ໂດຍ​ທ່ານ​ໝໍ ອັງ​ເດ​ຣ ຟານ ເດິ ເມີ​ເວ ໜຶ່ງ​ໃນ​ທີມ​ແພດ​ຜູ້​ຜ່າ​ຕັດ​ໄດ້​ເປີດ​ເຜີຍ​ວ່າ ການ​ຜ່າ​ຕັດ​ດັ່ງ​ກ່າວ​ນີ້​ເປັນ​ເລື່ອງ​ທີ່​ຍາກ​ຫລາຍ ເພາະ​ເສັ້ນ​ເລືອດ​ບໍ​ລິ​ເວນ​ນີ້ ມີ​ຄວາມກວ້າງ​ພຽງ​ແຕ່ 1.5 ມິນ​ລີ​ແມັດ​ເທົ່າ​ນັ້ນ.  ແນວ​ໃດ​ກໍ​ຕາມ, ເຖິງ​ແມ່ນ​ວ່າ​ຄົນ​ເຈັບ​ຈະ​ໄດ້​ຮັບ​ການ​ປ່ຽນ​ຖ່າຍ​ອະ​ໄວ​ຍະ​ວະ​ໃໝ່​ໄປຮຽບ​ຮ້ອຍ​ແລ້ວ ແຕ່​ທາງ​ທີມ​ແພດ​ໄດ້​ເປີດ​ເຜີຍ​ວ່າ ປະ​ສາດ​ສຳ​ຜັດ​ບໍ​ລິ​ເວນ​ອະ​ໄວ​ຍະ​ວະ​ເພດ ຈະ​ຍັງ​ຄົງ​ເຮັດ​ວຽກ​ບໍ່​ເຕັມ​ຮ້ອຍ​ເທື່ອ ຕ້ອງ​ໃຊ້​ເວ​ລາ​ອີກ​ປະ​ມານ 2 ປີ ຈິ່ງ​ຈະ​ສົມ​ບູນ​ດີ​ທຸກ​ຢ່າງ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...