spot_img
Homeຂ່າວຕ່າງປະເທດ​ພູ​ເຂົາ​ໄຟ​ຕູ​ຣິ​ອັນ​ບາ ຢູ່​ປະ​ເທດ​ຄອ​ສ​ຕາ​ຣິ​ກາ ລະ​ເບີດ​ຮຸນ​ແຮງ​ໃນ​ຮອບ 20 ປີ

​ພູ​ເຂົາ​ໄຟ​ຕູ​ຣິ​ອັນ​ບາ ຢູ່​ປະ​ເທດ​ຄອ​ສ​ຕາ​ຣິ​ກາ ລະ​ເບີດ​ຮຸນ​ແຮງ​ໃນ​ຮອບ 20 ປີ

Published on

JRBDhRTLFsqpfYpj1vGQ09lQ5rVUajW

ພູ​ເຂົາ​ໄຟ​ຕູ​ຣິ​ອັນ​ບາ ໃນ​ຄອ​ສ​ຕາ​ຣິ​ກາ ເກີດ​ລະ​ເບີດ​ຮຸນ​ແຮງ​ໃນ​ຮອບ 20 ປີ ທາງ​ການ​ສັ່ງ​ອົບ​ພະ​ຍົບ​ປະ​ຊາ​ຊົນ ປິດ​ສະ​ໜາມ​ບິນ ແລະ ຖະ​ໜົນ​ທຸກ​ສາຍທີ່​ໄປ​ສູ່​ພູ​ເຂົາ​ໄຟ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 14 ມີ​ນາ​ນີ້​ວ່າ ພູ​ເຂົາ​ໄຟ​ຕູ​ຣິ​ອັນ​ບາ ຢູ່​ທາງ​ພາກ​ກາງ​ຂອງ​ປະ​ເທດ​ຄອ​ສ​ຕາ​ຣິ​ກາ ເກີດ​ລະ​ເບີດຂຶ້ນ 4 ຄັ້ງ ໂດຍ​ພົ່ນ​ແກ໊ສ ແລະ ຂີ້​ເຖົ່າ​ຖ່ານ​ສູງ 1 ກິ​ໂລ​ແມັດ​ຂຶ້ນ​ສູ່​ທ້ອງ​ຟ້າ ຂີ້​ເຖົ່າ​ຖ່ານ​ຕົກ​ໃສ່​ເຮືອນ​ຊານ​ປະ​ຊາ​ຊົນ ແລະ ລົດ​ຍົນ​ ຈົນ​ກາຍ​ເປັນ​ສີ​ເທົາ ແລະ ລອຍ​ໄປ​ຕົກ​ຮອດ​ນະ​ຄອນ​ຫລວງ​ໂຮ​ເຊ່ ເມືອງ​ຫລວງ​ຂອງ​ຄອ​ສ​ຕາ​ຣິ​ກາ ເຊິ່ງ​ຢູ່​ຫ່າງ​ຈາກ​ພູ​ເຂົາ​ໄຟ​ພຽງ​ແຕ່ 50 ກິ​ໂລ​ແມັດ ເຮັດ​ໃຫ້​ຕ້ອງ​ປິດ​ສະ​ໜາມ​ບິນ​ໂຮ​ເຊ່ ແລະ ປິດ​ຖະ​ໜົນ​ທຸກ​ສາຍ ທີ່​ມຸ່ງ​ໜ້າ​ໄປ​ຫາ​ພູ​ເຂົາ​ໄຟ ໂດຍ​ການ​ສັ່ງ​ອົບ​ພະ​ຍົບ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ລັດ​ສະ​ໝີ​ປະ​ມານ 2 ກິ​ໂລ​ແມັດ ອ້ອມ​ຮອບ​ພູ​ເຂົາ​ໄຟ ແຕ່​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍເທື່ອ.

ດ້ານ​ໜ່ວຍ​ງານ​ແຜ່ນ​ດິນ​ໄຫວ ແລະ ພູ​ເຂົາ​ໄຟ​ວິ​ທະ​ຍາ ຂອງ​ຄອ​ສ​ຕາ​ຣິ​ກາໄດ້​ລະ​ບຸ​ວ່າ ການ​ລະ​ເບີດ​ຄັ້ງ​ນີ້ ແມ່ນ​ຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ 20 ປີ ນັບ​ຕັ້ງ​ແຕ່​ປີ 1996 ເປັນ​ຕົ້ນ​ມາ ​ໂດຍພູ​ເຂົາ​ໄຟ​ຕູ​ຣິ​ອັນ​ບາ ແມ່ນເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສຳ​ຄັນ​ຂອງ​ຄອ​ສ​ຕາ​ຣິ​ກາ.

 

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...