spot_img
Homeຂ່າວຕ່າງປະເທດເບິ່ງ​ພາບ ຍີ່​ປຸ່ນ​ຈັດ​ພິ​ທີ​ລະ​ນຶກ ຄົບ​ຮອບ 4 ປີ ສຶ​ນາ​ມິ​ຖະ​ຫລົ່ມ

ເບິ່ງ​ພາບ ຍີ່​ປຸ່ນ​ຈັດ​ພິ​ທີ​ລະ​ນຶກ ຄົບ​ຮອບ 4 ປີ ສຶ​ນາ​ມິ​ຖະ​ຫລົ່ມ

Published on

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 12 ມີ​ນາ​ຜ່ານ​ມາ​ນີ້​ວ່າ ໃນ​ມື້​ວັນ​ທີ 11 ມີ​ນາຜ່ານ​ມາ​ນີ້ ປະ​ເທດ​ຍີ່​ປຸ່ນ ໄດ້​ຈັດ​ພິ​ທີ​ລະ​ນຶກ​ຄົບ​ຮອບ 4 ປີ ມະ​ຫາ​ໄພ​ພິ​ບັດ​ແຜ່ນ​ດິນ​ໄຫວ​ຄັ້ງ​ໃຫຍ່​ລະ​ດັບ 9.0 ຣິກ​ເຕີ້ ເຊິ່ງ​ກໍ່​ໃຫ້​ເກີດ​ຄື້ນ​ຍັກ​ສຶ​ນາ​ມິ ສູງ​ເຖິງ 40 ແມັດ ຊັດ​ເຂົ້າ​ຊາຍ​ຝັ່ງ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 15,891 ຄົນ ສູນ​ຫາຍ​ເຖິງ​ຕອນ​ນີ້​ອີກ 2,584 ຄົນ ໂດຍ​ອາ​ຄານ​ບ້ານ​ເຮືອນ​ຖືກ​ທຳ​ລາຍ ຫລື ໄດ້​ຮັບ​ຄວາມ​ເສຍ​ຫາຍ​ລວມ 1,148,067 ຫລັງ ແລະ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ພະ​ລັງ​ງານ​ນິວ​ເຄ​ລຍ ຟູ​ກູ​ຊິ​ມາ – ໄດ​ອິ​ຈິ ຈົນ​ເຕົາ​ປະ​ຕິ​ກອນ​ນິວ​ເຄ​ລຍ​ຫລອມ​ລະ​ລາຍ ເຮັດ​ໃຫ້​ສານ​ກຳ​ມັນ​ຕະ​ພາບ​ລັງ​ສີຮົ່ວ​ໄຫລ ກາຍ​ເປັນ​ວິ​ກິດ​ການ​ນິວ​ເຄ​ລຍ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...