spot_img
Homeຂ່າວຕ່າງປະເທດWHO ເປີດ​ເຜີຍ ມີ​ຄົນ​ຕາຍ​ຍ້ອນ​ເຊື້ອ​ອີ​ໂບ​ລາ ບັນ​ລຸ 10,000 ຄົນ​ແລ້ວ!

WHO ເປີດ​ເຜີຍ ມີ​ຄົນ​ຕາຍ​ຍ້ອນ​ເຊື້ອ​ອີ​ໂບ​ລາ ບັນ​ລຸ 10,000 ຄົນ​ແລ້ວ!

Published on

EyWwB5WU57MYnKOuFqLy4i1HVOuNNyTqFswDygmlUst9spqRoweit2

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນທີ 13 ມີ​ນາ​ນີ້​ວ່າ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້​ລາຍ​ງານ​ຄວາມ​ຄືບ​ໜ້າ ກ່ຽວ​ກັບ​ສະ​ຖາ​ນະ​ການ​ ການ​ລະ​ບາດ​ຂອ​ງ​ເຊື້ອ​ໄວ​ຣັດ ອີ​ໂບ​ລາ ໃນ​ພາກ​ພື້ນ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ໂດຍ​ລ່າ​ສຸດ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ໄດ້​ມີ​ຫລາຍ​ກ່​ວາ 10,000 ຄົນ​ແລ້ວ.

ອົງ​ການ​ອະ​ນາ​ໄມ​ໂລກ​ລະ​ບຸ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ແມ່ນ​ຢູ່​ທີ່ 10,004 ຄົນ ແບ່ງ​ເປັນ​ປະ​ເທດ​ກີ​ນີ 2,187 ຄົນ, ປະ​ເທດ​ເຊຍ​ຣາ ລີ​ໂອນ 3,655 ຄົນ ແລະ ປະ​ເທດ​ໄລ​ບີ​ເຣຍ ອີກ 4,162 ຄົນ.

ທັງ​ນີ້ ເຖິງ​ແມ່ນ​ໄລ​ບີ​ເຣຍ ຈະ​ເປັນ​ປະ​ເທດ​ທີ່​ມີ​ຕົວ​ເລກ​ການ​ຕິດ​ເຊື້ອ​ຫລາຍ​ກ່​ວາ​ໝູ່ ແຕ່​ໃນ​ປັດ​ຈຸ​ບັນ​ໄລ​ບີ​ເຣຍ ກຳ​ລັງ​ນັບ​ຖອຍ​ຫລັງ​ເຂົ້າ​ສູ່​ການ​ປອດ​ເຊື້ອ​ອີ​ໂບ​ລາ ເນື່ອງ​ຈາກ​ຄົນ​ເຈັບ​ຜູ້​ສຸ​ດ​ທ້າຍ ສາ​ມາດ​ອອກ​ຈາກ​ໂຮງ​ໝໍ​ໄດ້​ເມື່ອ​ຕົ້ນ​ເດືອນ​ມີ​ນາ​ຜ່​ານ​ມາ ແລະ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ມາ​ເກືອບ 3 ອາ​ທິດ​ແລ້ວ ແລະ ຖ້າ​ຫາກ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ ຕິດ​ຕໍ່​ກັນ 42 ວັນ ກໍ​ຈະ​ຖື​ວ່າ​ໄລ​ບີ​ເຣຍ ປອດ​ເຊື້ອ​ອີ​ໂບ​ລາ.

ໃນ​ຂະ​ນະ​ທີ່​ຢູ່​ປະ​ເທດ​ເຊຍ​ຣາ ລີ​ໂອນ ຍັງ​ຄົງ​ມີ​ການ​ລະ​ບາດ​ເປັນ​ວົງ​ກວ້າງ ແລະ ພົບ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ ປະ​ມານ 60-100 ຄົນ​ຕໍ່​ອາ​ທິດ ສ່ວນ​ປະ​ເທດ​ກີ​ນີ ເຊິ່ງ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ເກີດ​ການ​ລະ​ບາດ​ເມື່ອ​ປີ​ກ່ອນ​ນັ້ນ ພົບ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ ອາ​ທິດ​ລະ​ປະ​ມານ 50 ຄົນ.

 

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...