spot_img
Homeຂ່າວຕ່າງປະເທດສະ​ຫລົດ! ປາ​ວານ​ຂຶ້ນ​ສູດ​ອາ​ກາດ ໂນ້ມ​ໂຕ​ທັບ​ເຮືອ​ນຳ​ທ່ຽວ ເສຍ​ຊີ​ວິດ 1 ຄົນ!

ສະ​ຫລົດ! ປາ​ວານ​ຂຶ້ນ​ສູດ​ອາ​ກາດ ໂນ້ມ​ໂຕ​ທັບ​ເຮືອ​ນຳ​ທ່ຽວ ເສຍ​ຊີ​ວິດ 1 ຄົນ!

Published on

604605-01

ວາ​ນ​ສີ​ເທົາ​ໂດດ​ຂຶ້ນ​ສູດ​ອາ​ກາດ​ເທິງ​ຜິວ​ນ້ຳ ຊ​້ຳ​ທັບ​ເຮືອ​ນຳ​ທ່ຽວ​ຢູ່​ແມັກ​ຊິໂກ ນັກ​ທ່ອງ​ທ່ຽວ​ຍິງ​ຊາວ​ກາ​ນາ​ດາ ເສຍ​ຊີ​ວິດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 12 ມີ​ນາ​ຜ່ານ​ມາ​ນີ້​ວ່າ ຜູ້​ອຳ​ນວຍ​ການ​ຣີ​ສອດ ໃນ​ຊາຍ​ຫາດ​ຄາ​ໂບ ຊານ​ລູ​ຄັດ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ປະ​ເທດ​ແມັກ​ຊິ​ໂກ ໄດ້​ກ່າວ​ວ່າ ມີ​ນັກ​ທ່ອງ​ທ່ຽວ​ຍິງ​ຊາວ​ກາ​ນາ​ດາ ອາ​ຍຸ 45 ປີ ເສຍ​ຊີ​ວິດ ຫລັງ​ຈາກ​ໄດ້​ຮັບ​ບາດ​ເຈັບ ຈາກ​ເຫດ​ປາ​ວານ​ສີ​ເທົາ ໄດ້​ຂຶ້ນ​ມາ​ສູດ​ອາ​ກາດ​ເທິງ​ຜິວ​ນ້ຳ ແລ້ວ​ໂນ້ມ​ໂຕ​ລົງ​ທັບ​ເຮືອ​ນຳ​ທ່ຽວ ໃນ​ຂະ​ນະ​ທີ່​ກຳ​ລັງ​ລອຍ​ຢູ່​ກາງ​ທະ​ເລ ໂດຍ​ເຫດ​ການ​ດັ່ງ​ກ່າວ ເກີດ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງວັນ​ທີ 11 ມີ​ນາ​ຜ່ານ​ມາ ໂດຍ​ຜູ້​ເສຍ​ຊີ​ວິດ ແມ່ນ​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ​ການ​ປິ່ນ​ປົວ ເນື່ອງ​ຈາກ​ທົນ​ອາ​ການ​ບາດ​ເຈັບ​ບໍ່​ໄຫວ.

 

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...