spot_img
Homeຂ່າວຕ່າງປະເທດຫວຽດ​ນາມ ຕັ້ງ​ເປົ້າ​ສ້າງ​ລົດ​ໄຟ​ຄວາມ​ໄວ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ໃນ​ປີ 2020!

ຫວຽດ​ນາມ ຕັ້ງ​ເປົ້າ​ສ້າງ​ລົດ​ໄຟ​ຄວາມ​ໄວ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ໃນ​ປີ 2020!

Published on

558000002921301

ຫວຽດ​ນາມ ກຳ​ລັງ​ວາງ​ແຜນ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ໃນ​ປີ 2030 ແລະ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ໃນ​ປີ 2050.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 10 ມີ​ນາ​ຜ່ານ​ມາ​ນີ້​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ ເຕິນ ຢຸງ ຂອງ​ຫວຽດ​ນາມ ໄດ້​ອະ​ນຸ​ມັດ​ແຜນ​ການ​ສະ​ບັບ​ໃໝ່ ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ເຊິ່ງ​ເປັນ​ໂຄງ​ການ​ປັບ​ປຸງ​ທາງ​ລົດ​ໄຟ​ສາຍ​ເໜືອ – ໃຕ້ ຂອງ​ປະ​ເທດ​ໃຫ້​ທັນ​ສະ​ໄໝ​ຂຶ້ນ ພ້ອມ​ທັງ​ຍັງ​ມີ​ແຜນ​ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ສາຍ​ໃໝ່ ເຊິ່ງ​ເປັນ​ລົດ​ໄຟ​ຄວາມ​ໄວ​ສູງ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ສະ​ເພາະ​ດ້ານ​ການ​ປັບ​ປຸງ​ທາງ​ລົດ​ໄຟ​ສາຍ​ເກົ່າ​ນັ້ນ ທາງ​ການ​ໄດ້​ຕັ້ງ​ເປົ້າ​ເພີ່ມ​ຄວາມ​ໄວ​ຂອງ​ລົດ​ໄຟ ໃຫ້​ແລ່ນ​ໄວ​ເຖິງ 90 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ ພາຍ​ໃນ​ປີ 2020 ແລະ ຈາກ​ນັ້ນ ຈະ​ມີ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ສາຍ​ໃໝ່ 200 ກິ​ໂລ​ແມັດ​ຕໍ່​ຊົວ​ໂມງ ເຊິ່ງ​ຈະ​ລົງ​ມື​ໃນ​ປີ 2030 ແລະ ຕໍ່​ໄປ​ອີກ​ພາຍ​ໃນ​ປີ 2050 ແມ່ນ​ມີ​ແຜນ​ຈະ​ຍົກ​ລະ​ດັບ​ຄວາມ​ໄວ​ລົດ​ໄຟ ໃຫ້​ສູງ​ເຖິງ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ອີກ​ດ້ວຍ.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສວ່ນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...