spot_img
Homeຂ່າວຕ່າງປະເທດຊາ​ອຸ ແລະ ເກົາ​ຫລີ​ໃຕ້ ບັນ​ລຸ​ຂໍ້​ຕົກ​ລົງຮ່ວມ​ມື​ດ້ານ​ນິວ​ເຄ​ລຍ

ຊາ​ອຸ ແລະ ເກົາ​ຫລີ​ໃຕ້ ບັນ​ລຸ​ຂໍ້​ຕົກ​ລົງຮ່ວມ​ມື​ດ້ານ​ນິວ​ເຄ​ລຍ

Published on

558000002704101

ລັດ​ຖະ​ບານ​ຊາ​ອຸ​ ແລະ ເກົາ​ຫລີ​ໃຕ້ ບັນ​ລຸ​ຂໍ້​ຕົກ​ລົງ​ຮ່ວມ​ມື​ດ້ານ​ນິວ​ເຄ​ລຍ ເປີດ​ທາງ​ເກົາ​ຫລີ​ໃຕ້ ສ້າງ​ເຕົາ​ປະ​ຕິ​ກອນ​ໃນ​ຊາ​ອຸ​ດິ​ອາ​ຣະ​ເບຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 5 ມີ​ນາ​ນີ້​ວ່າ ກະ​ສັດ​ຊັນ​ມານ ແຫ່ງ​ຊາ​ອຸ​ດິ​ອາ​ຣະ​ເບຍ ແລະ ປະ​ທາ​ນາ​ທິ​ບໍ​ດີ ປັກ ກຶນ ເຮ ແຫ່ງ​ເກົາ​ຫລີ​ໃຕ້ ໄດ້​ລົງ​ນາມ​ໃນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ຫລື MOU ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ທາງ​ນິວ​ເຄ​ລຍ ທີ່​ນະ​ຄອນ​ຫລວງ​ຣິ​ຢາດ ເຊິ່ງ​ເປີດ​ທາງ​ໃຫ້​ບໍ​ລິ​ສັດ​ເອ​ກະ​ຊົນ​ຂອງ​ເກົາ​ຫລີ​ໃຕ້ ເຂົ້າ​ໄປ​ສ້າງ​ເຕົາ​ປະ​ຕິ​ກອນ​ນິວ​ເຄ​ລຍ​ຂະ​ໜາດ​ກາງ ຢ່າງ​ໜ້ອຍ 2 ຊຸດ ໃຫ້​ກັບ​ຊາ​ອຸ​ດິ​ອາ​ຣະ​ເບຍ​ໄດ້ ໂດຍ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ນີ້ ມີ​ມູນ​ຄ່າ​ສູງ​ເກືອບ 2 ຕື້​ໂດ​ລາ​ສະ​ຫະ​ລັດ ໂດຍ​ທາງ​ຊາ​ອຸ​ດິ​ອາ​ຣະ​ເບຍ​ເອງ ແມ່ນ​ມີ​ຄວາມ​ຕ້ອງ​ການທີ່​ຈະ​ສ້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄ​ລຍ ແຫ່ງ​ທຳ​ອິດ​ຂອງ​ປະ​ເທດ ໃນ​ຂະ​ໜາດ 17 ກິ​ກະ​ວັດ​ ພາຍ​ໃນ​ປີ 2032.

 

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...