spot_img
Homeຂ່າວຕ່າງປະເທດສິງ​ກະ​ໂປ ຄອງ​ແຊັ້ມ​ເມືອງ​ທີ່​ມີ​ຄ່າ​ຄອງ​ຊີບ ສູງ​ທີ່​ສຸດ​ໃນ​ໂລກ!

ສິງ​ກະ​ໂປ ຄອງ​ແຊັ້ມ​ເມືອງ​ທີ່​ມີ​ຄ່າ​ຄອງ​ຊີບ ສູງ​ທີ່​ສຸດ​ໃນ​ໂລກ!

Published on

602558-01

ໜ່ວຍ​ງານ​ວິ​ເຄາະ​ທາງ​ດ້ານ​ເສດ​ຖະ​ກິ​ດ ຈັດ​ອັນ​ດັບ​ເມືອງ​ທີ່​ມີ​ຄ່າ​ຄອງ​ຊີບ​ສູງ​ທີ່​ສຸດ​ໃນ​ໂລກ ສິງ​ກະ​ໂປ​ຍັງ​ຄອງ​ແຊັ້ມ ຖັດ​ລົງ​ມາ​ແມ່ນ​ນະ​ຄອນ​ຫລວງປາ​ຣີ ປະ​ເທດ​ຝ​ຣັ່ງ​.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ມີ​ນາ​ຜ່ານ​ມາ​ນີ້​ວ່າ ປະ​ເທດ​ສິງ​ກະ​ໂປ ຍັງ​ຄອງ​ຄອງ​ແຊັ້ມ​ເປັນ​ເມືອງ​ທີ່​ມີ​ຄ່າ​ຄອງ​ຊີບທີ່​ສູງ​ທີ່​ສຸດ​ໃນ​ໂລກ ເຊິ່ງ 5 ອັນ​ດັບ​ສູງ​ສຸດ​ໃນ​ປີ​ນີ້ ກໍ​ຍັງ​ຄົງ​ບໍ່​ປ່ຽນ​ແປງ​ໄປ​ຈາກ​ປີ​ຜ່ານ​ມາ​ເທື່ອ ເຊິ່ງ​ຖັດ​ລົງ​ມາ​ແມ່ນ​ໄດ້​ແກ່ ນະ​ຄອນ​ຫລວງ​ປາ​ຣີ ປະ​ເທດ​ຝ​ຣັ່ງ, ເມືອງ​ອອ​ສ​ໂຣ ປະ​ເທດນອກ​ແວ, ເມືອງ​ຊູ​ຣິກ ປະ​ເທດ​ສະ​ວິດ​ເຊີ​ແລນ ລວມ​ທັງ​ນະ​ຄອນ​ຊິດ​ນີ້ ປະ​ເທດ​ອົດ​ສະ​ຕາ​ລີ.

ແຫລ່ງ​ຂ່າວ​ໄດ້​ລາຍ​ງານ​ວ່າ ໜ່ວຍ​ງານ​ວິ​ເຄາະ​ດ້ານ​ເສດ​ຖະ​ກິດ ໄດ້​ສຳ​ຫລວດ 133 ເມືອງ​ໃນ​ທົ່ວ​ໂລກ ແລະ ໄດ້​ໃຊ້​ນະ​ຄອນ​ນິວຢອກ ເປັນ​ຂໍ້​ມູນ​ພື້ນ​ຖານ​ຫລັກ ເຊິ່ງ​ມີ​ການ​ປຽບ​ທຽບ​ຄ່າ​ໃຊ້​ຈ່າຍ​ຫລາຍກວ່າ 160 ຊະ​ນິດ ເຊິ່ງ​ປະ​ກອບ​ມີ​ຜະ​ລິດ​ຕະ​ພັນ​ອາ​ຫານ, ເສື້ອ​ຜ້າ ແລະ ເຄື່ອງ​ສາ​ທາ​ລະ​ນຸ​ປະ​ໂພກ​ອື່ນໆ​ອີກ ໂດຍ​ພົບ​ວ່າ​ປະ​ເທດ​ສິງ​ກະ​ໂປ ຍັງ​ຄອງ​ແຊັ້ມ​ມີ​ຄ່າ​ຄອງ​ຊີບ​ທີ່​ສູງ​ກ່​ວາ​ນະ​ຄອນ​ນິວຢອກເຖິງ 11%.

 

 

 

ບົດຄວາມຫຼ້າສຸດ

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...