spot_img
Homeຂ່າວຕ່າງປະເທດກະ​ສັດ​ຊາ​ອຸ ແຈກ​ເງິນ​ກ່​ວາ 525 ຕື້​ກີບ ແກ່​ປະ​ຊາ​ຊົນ ສະ​ຫລອງການ​ຂຶ້ນ​ເປັນ​ເຈົ້າ​ແຜ່ນ​ດິນ​ອົງ​ໃໝ່!

ກະ​ສັດ​ຊາ​ອຸ ແຈກ​ເງິນ​ກ່​ວາ 525 ຕື້​ກີບ ແກ່​ປະ​ຊາ​ຊົນ ສະ​ຫລອງການ​ຂຶ້ນ​ເປັນ​ເຈົ້າ​ແຜ່ນ​ດິນ​ອົງ​ໃໝ່!

Published on

601573-01

ກະ​ສັດ​ແຫ່ງ​ຊາ​ອຸ​ດິ​ອາ​ຣະ​ເບຍ ແຈກ​ຈ່າຍ​ເງິນ​ກ່​ວາ 525 ຕື້​ກີບ ແກ່​ປະ​ຊາ​ຊົນ ສະ​ຫລອງ​ການ​ຂຶ້ນ​ຄອງ​ຣາຊະ​ສົມ​ບັດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 26 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ສົມ​ເດັດ​ພະ​ຣາ​ຊາ​ທິ​ບໍ​ດີ ຊັນ​ມານ ບິນ ອັບ​ດຸນ​ລາ​ຊິດ ກະ​ສັດແຫ່ງ​ປະ​ເທດ​ຊາ​ອຸ​ດິ​ອາ​ຣະ​ເບຍ ໄດ້​ແຈກ​ຈ່າຍ​ເງິນ​ຈຳ​ນວນ​ກ່​ວາ 525 ຕື້​ກີບ ໃຫ້​ແກ່​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ເພື່ອ​ສະ​ເຫລີມ​ສະ​ຫລອງການ​ແຕ່ງ​ຕັ້ງ​ຂຶ້ນ​ເປັນ​ກະ​ສັດ​ອົງ​ໃໝ່ ແຫ່ງ​ຊາ​ອຸ​ດິ​ອາ​ຣະ​ເບຍ.

ເນື່ອງ​ຈາກ ສົມ​ເດັດ​ພະ​ຣາ​ຊາ​ທິ​ບໍ​ດີ ຊັນ​ມານ ບິນ ອັບ​ດຸນ​ລາ​ຊິດ ອາ​ຍຸ 79 ພັນສາ ໄດ້​ຂຶ້ນ​ຄອງ​ຣາ​ຊະ​ສົມ​ບັດ ແທນ​ສົມ​ເດັດ​ພະ​ຣາ​ຊາ​ທິ​ບໍ​ດີ ອັນ​ດຸນ​ເລາະ ບິນ ອັບ​ເດນ​ອາ​ຊິດ ເຊິ່ງ​ໄດ້​ສະ​ຫວັນ​ນະ​ຄົດ​ໃນ​ອາ​ຍຸ 90 ພັນ​ສາ ເມື່ອ​ກ່ອນ​ໜ້າ​ນີ້, ເປັນ​ທີ່​ຮັບ​ຮູ້​ກັນ​ວ່າ ກະ​ສັດ​ແຫ່ງ​ຊາ​ອຸ​ດິ​ອາ​ຣະ​ເບຍ ເປັນ​ໜຶ່ງ​ໃນ​ຜູ້​ທີ່​ຮັ່ງ​ມີ​ທີ່​ສຸດ​ໃນ​ໂລກ ເຊິ່ງ​ລາຍ​ໄດ້​ຫລັກ​ຂອງ​ປະ​ເທດ ແມ່ນ​ມາ​ຈາກ​ການ​ຄ້າ​ຂາຍ​ນ້ຳ​ມັນ (ເປັນ​ອັບ​ດັບ 2 ຂອງ​ໂລກ).

ພຽງ​ແຕ່​ພາຍ​ໃນ​ຊົ່ວ​ໂມງ​ດຽວ​ເທົ່າ​ນັ້ນ ພະ​ອົງ​ໄດ້​ແຈກ​ຈ່າຍ​ສະ​ມາດ​ໂຟນ ແລະ ໂມງ​ຫລູ​ຫລາ ຕະ​ຫລອດ​ຮອດ​ທົວ​ວັນ​ພັກ​ພິ​ເສດ ໃຫ້​ແກ່​ປະ​ຊາ​ຊົນ ເພື່ອ​ສະ​ເຫລີມ​ສະ​ຫລອງ​ການ​ຂຶ້ນ​ຄອງ​ຣາ​ຊະ​ສົມ​ບັດ​ຂອງ​ພະ​ອົງໃນ​ຄັ້ງ​ນີ້ ເຊິ່ງ​ໃນ​ນັ້ນ​ເງິນ​ໄດ້​ແບ່ງ​ອອກ​ຈຳ​ນວນ 750 ລ້ານ​ກີບ ແຈກ​ໃຫ້​ເປັນ​ຄ່າ​ເງິນ​ເດືອນແກ່​ພະ​ນັກ​ງານ​ຂອງ​ລັດ, ທະ​ຫານ, ນັກ​ຮຽນ ແລະ ພະ​ນັກ​ງານ​ບຳ​ນານ ລວມ​ທັງ​ຍັງ​ສົ່ງ​ເສີມ​ສະ​ມາ​ຄົມ​ວິ​ຊາ​ຊີບ ແລະ ສະ​ມາ​ຄົມ​ກິ​ລາ​ຕ່າງໆ​ພາຍ​ໃນ​ປະ​ເທດ ເຊິ່ງ​ການ​ແຈກ​ດັ່ງ​ກ່າວ​ນີ້ ແມ່ນ​ຖື​ເປັນ​ປະ​ເພ​ນີ​ຂອງ​ປະ​ເທດ​ໂລກ​ອາ​ຫລັບ ເມື່ອ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ຂຶ້ນ​ເປັນ​ກະ​ສັດ​ອົງ​ໃໝ່.

 

 

ບົດຄວາມຫຼ້າສຸດ

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...