spot_img
Homeຂ່າວຕ່າງປະເທດດ່ວນ! ເຮືອ​ບິນ ທ​ຣານ​ເອ​ເຊຍ ຕົກ​ກາງ​ແມ່​ນ້ຳຢູ່​ໄຕ້​ຫວັນ ມີ​ຜູ້​ໂດຍ​ສານ ແລະ ລູກ​ເຮືອ 58 ຄົນ!

ດ່ວນ! ເຮືອ​ບິນ ທ​ຣານ​ເອ​ເຊຍ ຕົກ​ກາງ​ແມ່​ນ້ຳຢູ່​ໄຕ້​ຫວັນ ມີ​ຜູ້​ໂດຍ​ສານ ແລະ ລູກ​ເຮືອ 58 ຄົນ!

Published on

1240042e

 

ເຮືອ​ບິນ​ໂດຍ​ສານ​ຂະ​ໜາດ​ນ້ອຍ ສາຍ​ການ​ບິນ​ ທ​ຣານ​ເອ​ເຊຍ ຂອງ​ໄຕ້​ຫວັນ ຕົກ​ກາງ​ແມ່​ນ້ຳ​ໃນ​ນະ​ຄອນ​ຫລວງ​ໄທ​ເປ ມີ​ຜູ້​ໂດຍ​ສານ ແລະ ລູກ​ເຮືອ ລວມ 58 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ວ່າ ມື້​ນີ້ (4 ກຸມ​ພາ) ເວລາປະມານ 11 ໂມງ ເກີດ​ເຫດ​ເຮືອ​ບິນ​ໂດຍ​ສານ​ຂະ​ໜາດ​ນ້ອຍ ສາຍ​ການ​ບິນ ທ​ຣານ​ເອ​ເຊຍ ຖ້ຽວ​ບິນ GE235‬ ຂອງ​ໄຕ້​ຫວັນ ບັນ​ທຸກ​ຜູ້​ໂດຍ​ສານ ແລະ ລູກ​ເຮືອ​ລວມ 58 ຄົນ ປະ​ສົບ​ອຸ​ບັດ​ເຫດ​ຕົກ​ລົງ​ບໍ​ລິ​ເວນ​ແມ່​ນ້ຳ​ຄີ​ຫລຸງ ໃຈ​ກາງ​ນະ​ຄອນ​ຫລວງ​ໄທ​ເປ ໂດຍ​ມີ​ລາຍ​ງານ​ຜູ້​ໂດຍ​ສານ​ເສຍ​ຊີ​ວິດ​ແລ້ວ 2 ຄົນ ຫລັງ​ຈາກ​ທີ່​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄຕ້​ຫວັນ​ໄດ້​ເຂົ້າ​ໄປ​ຊ່ວຍ​ຜູ້​ລອດ​ຊີ​ວິດ​ໃນ​ທີ່​ເກີດ​ເຫດ ປັດ​ຈຸ​ບັນ​ສາ​ມາດ​ຊ່ວຍ​ຜູ້​ລອດ​ຊີ​ວິດ​ອອກ​ມາ​ໄດ້​ແລ້ວ ປະ​ມານ 16 ຄົນ.

ເຮືອ​ບິນ​ລຳ​ດັ່ງ​ກ່າວ ແມ່ນ​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ​ຊົງ​ຊານ ນະ​ຄອນ​ຫລວງ​ໄທ​ເປ ເພື່ອ​ຈະ​ມຸ່ງ​ໜ້າ​ໄປ​ຍັງ​ສະ​ໜາມ​ບິນ​ຄິນ​ເໝິນ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ປະ​ເທດ​ຈີນ ແຕ່​ພັດ​ມາ​ປະ​ສົບ​ອຸ​ບັດ​ເຫດ​ຕົກ​ເສຍ​ກ່ອນ.

ສຳ​ລັບ​ສາ​ເຫດ​ຂອງ​ເຮືອ​ບິນ​ຕົກ​ນັ້ນ ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ທັນ​ຮູ້​ແຈ້ງ​ເທື່ອ ເບື້ອງ​ຕົ້ນ​ແມ່ນ​ໂຄ​ສົກ​ລັດ​ຖະ​ບານ​ໄຕ້​ຫວັນ​ໄດ້​ລະ​ບຸ​ວ່າ ເຮືອ​ບິນ​ຕົກ​ຫລັງ​ຈາກ​ທີ່​ຕຳ​ກັບ​ຂົວຂ້າມ​ແມ່​ນ້ຳ​.

10958827_10153697826019848_6049936027759075714_n

EyWwB5WU57MYnKOuFNKEzyHgb5UIAdTYttiuYR2n5VWSK8LxL2ITFl

NjpUs24nCQKx5e1DG0TjDkWedbtxpA1ltW3Ks71uwQy

NjpUs24nCQKx5e1DG0TjDkWedbtxpA2IELtPZYG9ny1

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...