spot_img
Homeຂ່າວຕ່າງປະເທດຜູ້​ນຳ​ເກົາ​ຫລີ​ເໜືອ ຈະ​ເດີນ​ທາງ​ເຂົ້າ​ຮ່ວມ ງານ​ສະ​ຫລອງ​ໄຊ​ຊະ​ນະ​ເໜືອ​ຟາ​ຊິດ ຢູ່​ຣັດ​ເຊຍ ໃນ​ປີ​ນີ້!

ຜູ້​ນຳ​ເກົາ​ຫລີ​ເໜືອ ຈະ​ເດີນ​ທາງ​ເຂົ້າ​ຮ່ວມ ງານ​ສະ​ຫລອງ​ໄຊ​ຊະ​ນະ​ເໜືອ​ຟາ​ຊິດ ຢູ່​ຣັດ​ເຊຍ ໃນ​ປີ​ນີ້!

Published on

Vladimir-Putin-invites-Kim-Jong-un-to-Moscow

ທາງ​ການ​ຣັດ​ເຊຍ​ເປີດ​ເຜີຍ ຜູ້​ນຳ​ເກົາ​ຫລີ​ເໜືອ ຈະ​ເດີນ​ທາງ​ເຂົ້າ​ຮ່ວມ ງານ​ສະ​ຫລອງວັນ​ໄຊ​ຊະ​ນະ​ເໜືອ​ຟາ​ຊິດເຢຍ​ລະ​ມັນ ຄົບ​ຮອບ 70 ປີ ຢູ່​ຣັດ​ເຊຍ​ປີ​ນີ້.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 28 ມັງ​ກອນ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ຣັດ​ເຊຍ ໄດ້​ມີ​ການ​ເປີດ​ເຜີຍ​ເຖິງ​ ກຳ​ນົດ​ການ​ມາ​ຢ້ຽມ​ຢາມ​ຣັດ​ເຊຍ ຂອງ​ຜູ້​ນຳ​ເກົາ​ຫລີ​ເໜືອ ທ່ານ ກິມ ເຈິງ ອຶນ ເຊິ່ງ​ຈະ​ໄດ້​ເດີນ​ທາງ​ມາ​ຮ່ວມ​ສະ​ເຫລີມ​ສະ​ຫລອງ​ຄົບ​ຮອບ 70 ປີ ວັນ​ກອງ​ທັບ​ແດງ​ໂຊວຽດ ໄດ້​ຮັບ​ໄຊ​ຊະ​ນະ​ເໜືອ​ຟາ​ຊິດ​ເຢຍ​ລະ​ມັນ ຢູ່​ນະ​ຄອນ​ຫລວງ​ມົດ​ສະ​ກູ ໃນ​ເດືອນ​ພຶດ​ສະ​ພາ ທີ່​ຈະ​ມາ​ເຖິງ​ນີ້ ເຊິ່ງ​ເປັນ​ໄປ​ຕາມ​ການ​ລາຍ​ງານ ຂອງ​ສຳ​ນັກ​ຂ່າວ​ຂອງ​ເກົາ​ຫລີ​ໃຕ້.

ແນວ​ໃດ​ກໍ​ຕາມ, ທ່ານ ດິ​ມິດ​ທ​ຣີ ເພດ​ສະ​ຄັອບ ໂຄ​ສົກ​ປະ​ຈຳ​ຕົວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ວະ​ລາ​ດີ​ເມຍ ປູ​ຕິນ ແຫ່ງຣັດ​ເຊຍ ໄດ້​ອອກ​ມາ​ຢືນ​ຢັນ​ພຽງ​ແຕ່​ວ່າ ຣັດ​ເຊຍ​ໄດ້​ສົ່ງ​ສານ​ເຊີນ​ຜູ້​ນຳ​ສູງ​ສຸດ​ເຖິງ 20 ປະ​ເທດ​ໃນ​ທົ່ວ​ໂລກ ເພື່ອ​ມາ​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວ ໂດຍ​ໃນ​ນັ້ນ​ລວມ​ທັງ​ເກົາ​ຫລີ​ເໜືອ ແລະ ປະ​ທາ​ນາ​ທິ​ບໍ​ດີ ສີ ຈິ້ນ​ຜິງ ຂອງ ສ​ປ ຈີນອີກ​ດ້ວຍ ໂດຍ​ທີ່​ຍັງ​ບໍ່​ທັນ​ໄດ້​ມີ​ການ​ຢືນ​ຢັນ​ວ່າ ຝ່າຍ​ເກົາ​ຫລີ​ເໜືອ​ຈະ​ແມ່ນ​ທ່ານ ກິມ ເຈິງ ອຶນ ເປັນ​ຜູ້​ເດີນ​ທາງ​ມາ​ຮ່ວມ​ແຕ່​ປະ​ການ​ໃດ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...