spot_img
Homeຂ່າວຕ່າງປະເທດສິງ​ກະ​ໂປ ຕັ້ງ​ສຳ​ນັກ​ງານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ ປ້ອງ​ກັນ​ແຮັກ​ເກີ້​ໂຈມ​ຕີ

ສິງ​ກະ​ໂປ ຕັ້ງ​ສຳ​ນັກ​ງານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ ປ້ອງ​ກັນ​ແຮັກ​ເກີ້​ໂຈມ​ຕີ

Published on

595055-01

ລັດ​ຖະ​ບານ​ສິ່ງ​ກະ​ໂປ ຈະ​ຕັ້ງ​ສຳ​ນັກ​ງານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ ໃນ​ວັນ​ທີ 1 ເມ​ສາ​ນີ້ ຍ້ອນ​ທົ່ວ​ໂລກ​ຖືກ​ແຮັກ​ເກີ້​ໂຈມ​ຕີ​ເຈາະ​ຂໍ້​ມູນ ທັງ​ພາກ​ລັດ ແລະ ເອ​ກະ​ຊົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 28 ມັງ​ກອນ​ນີ້​ວ່າ ສຳ​ນັກ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ສິງ​ກະ​ໂປ​ໄດ້​ຖະ​ແຫລງວ່າ ສຳ​ນັກ​ງານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ ຈະ​ເປັນ​ໜ່ວຍ​ງານ​ຫລັກໃນ​ການ​ຮັກ​ສາ​ຄວາມ​ປອດ​ໄພລະ​ດັບ​ຊາດ ໂດຍ​ຈະ​ປະ​ສານ​ງານ​ກັບ​ພາກ​ເອ​ກະ​ຊົນ​ຢ່າງ​ໃກ້​ຊິດ ເພື່ອ​ກຳ​ນົດ​ຍຸດ​ທະ​ສາດ ແລະ ນະ​ໂຍ​ບາຍ​ໃນ​ການ​ດຳ​ເນີນ​ງານ ພັດ​ທະ​ນາ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ ໂດຍ​ມີ​ທ່ານ ຢາ​ຄອບ ອິບ​ຣາຮິມ ລັດ​ຖະ​ມົນ​ຕີ​ຄົມ​ມະ​ນາ​ຄົມ ແລະ ການ​ສື່​ສານ ເປັນ​ຜູ້​ດູ​ແລ​ກຳ​ກັບ​ສຳ​ນັກ​ງານ​ນີ້​ໂດຍ​ກົງ.

ທັງ​ນີ້ ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ ໄດ້​ມີ​ຂຶ້ນ​ຫລັງ​ທົ່ວ​ໂລກ​ຕ້ອງ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ ຈາກ​ການ​ໂຈມ​ຕີ​ຂອງ​ແຮັກ​ເກີ້ ທີ່​ທຳ​ການ​ເຈາະ​ຂໍ້​ມູນ​ເວັບ​ໄຊ້​ຂອງ​ລັດ​ຖະ​ບານ ແລະ ພາກ​ເອ​ກະ​ຊົນຢ່າງ​ຕໍ່​ເນື່ອງ.

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...