spot_img
Homeຂ່າວຕ່າງປະເທດພາ​ຍຸ​ຫິ​ມະ ຖະ​ຫລົ່ມ​ນິວຢອກ ໜັກ​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ

ພາ​ຍຸ​ຫິ​ມະ ຖະ​ຫລົ່ມ​ນິວຢອກ ໜັກ​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ

Published on

594953-01

ພາ​ຍຸ​ຫິ​ມະ​ຈູ​ໂນ ພັດ​ຖະ​ຫລົ່ມ​ສະ​ຫະ​ລັດ ປະ​ຊາ​ຊົນ​ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ​ກ່​ວາ 60 ລ້ານ​ຄົນ ທາງ​ການ​ສັ່ງ​ຍົກ​ເລີກ​ຖ້ຽວ​ບິນ​ເຂົ້າ-ອອກ ກ່​ວາ 6,500 ຖ້ຽວ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 27 ມັງ​ກອນ​ນີ້​ວ່າເມືອງ​ນິວຢອກ ແລະ ເມືອງ​ອື່ນໆ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ສະ​ຫະ​ລັດ ຖືກ​ປົກ​ຄຸມ​ດ້ວຍ​ພາ​ຍຸ​ຫິ​ມະ ຫລັງ​ຖືກ​ພາ​ຍຸ​ຫິ​ມະ​ຈູ​ໂນພັດ​ຖະ​ຫລົ່ມ ໂດຍ​ຄາດ​ອາດ​ມີ​ຫິ​ມະ​ໜາ​ເຖິງ 90 ຊັງ​ຕີ​ແມັດ, ທາງ​ການ​ໄດ້​ປະ​ກາດ​ເຕືອນ​ຫ້າມ​ຍານ​ພາ​ຫະ​ນະ​ທຸກ​ຊະ​ນິດ ສັນ​ຈອນ​ໃນ​ເມືອງ​ນິວຢອກ ເລີ່ມ​ແຕ່​ເວ​ລາ 23:00 ໂມງ ຂອງ​ຄືນ​ວັນ​ອັງ​ຄານ ແລະ ອາດ​ຈະ​ລວມ​ເຖິງ​ການ​ບໍ​ລິ​ການ​ລົດ​ໄຟ​ຟ້າ​ໃຕ້​ດິນ​ອີກ​ດ້ວຍ.

ຂໍ້​ຫ້າມ​ດັ່ງ​ກ່າວ​ນີ້ ໄດ້​ຖືກ​ປະ​ກາດ​ໃນ​ຫລາຍ​ລັດ ເຊິ່ງ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ໃນ​ພື້ນ​ທີ່​ ປະ​ມານ 60 ລ້ານ​ຄົນ ໂດຍ​ມີ​ຖ້ຽວ​ບິນ​ຖືກ​ຍົກ​ເລີກ 6,500 ຖ້ຽວ ທີ່​ຈະ​ເດີນ​ທາງ​ເຂົ້າ​ອອກ​ສະ​ໜາມ​ບິນ ຕະ​ຫລອດ​ຊາຍ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ, ຮ້ານ​ຄ້າ ແລະ ໂຮງ​ຮຽນ​ໃນ​ພື້ນ​ທີ່​ຖືກ​ສັ່ງ​ປິດ​ຕັ້ງ​ແຕ່​ຕອນ​ເຊົ້າ​ຂອງ​ມື້​ວັນ​ຈັນ​ທີ 26 ມັງ​ກອນ​ເປັນ​ຕົ້ນ​ມາ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...