spot_img
Homeຂ່າວຕ່າງປະເທດຄົນ​ຮ້າຍບຸກ​ລັກ​ພາ​ຕົວ ລັດ​ຖະ​ມົນ​ຕີ​ຊ່ວຍ​ການ​ຕ່າງ​ປະ​ເທດລິ​ເບຍ ຍັງ​ບໍ່​ຮູ້​ເຖິງ​ຊາ​ຕາ​ກຳ!

ຄົນ​ຮ້າຍບຸກ​ລັກ​ພາ​ຕົວ ລັດ​ຖະ​ມົນ​ຕີ​ຊ່ວຍ​ການ​ຕ່າງ​ປະ​ເທດລິ​ເບຍ ຍັງ​ບໍ່​ຮູ້​ເຖິງ​ຊາ​ຕາ​ກຳ!

Published on

558000000987801

ເກີດ​ເຫດ​ຄົນ​ຮ້າຍ​ບຸກ​ເຂົ້າ​ລັກ​ພາ​ຕົວ ລັດ​ຖະ​ມົນ​ຕີ​ຊ່ວຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລິ​ເບຍ ຄາ​ຫ້ອງ​ພັກ​ໃນ​ໂຮງ​ແຮມ ມື້​ວານ​ນີ້ (25 ມັງ​ກອນ) ທີ່​ເມືອງ ອັນ-ໄບ​ດາ ປະ​ເທດ​ລິ​ເບຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັ​ນ​ທີ 25 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ກຸ່ມ​ຄົນ​ຮ້າຍ​ໄດ້​ບຸກ​ເຂົ້າ​ລັກ​ພາ​ຕົວ ທ່ານ ຮັດ​ຊັນ ອັນ-ຊາກ​ຣີ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລິ​ເບຍ ໃນ​ຕອນ​ຂ້ອນ​ແຈ້ງ​ຂອງ​ມື້​ວັນ​ທີ 25 ມັງ​ກອນ​ຜ່ານ​ມາ ຢູ່​ໃນ​ເມືອງ​ອັນ-ໄບ​ດາ ເຊິ່ງ​ເປ​ັນ​ເຂດ​ທີ່​ໝັ້ນ​ຂອງ​ຝ່າຍ​ລັດ​ຖະ​ບານ, ຮອດ​ເວ​ລາ​ນີ້ ຍັງ​ບໍ່​ຮູ້​ເຖິງ​ຊາ​ຕາ​ກຳ ແລະ ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອອກ​ມາ​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ ໂດຍ​ໃນ​ໄລ​ຍະ​ຜ່ານ​ມາ ມີ​ເຫດ​ການ​ລັກ​ພາ​ຕົວ​ເກີດ​ຂຶ້ນ​ໃນ​ລິ​ເບຍ​ຢູ່​ຫລາຍ​ຄັ້ງ ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ເປັນ​ຄົນ​ຕ່າງ​ປະ​ເທດ ນັບ​ຕັ້ງ​ແຕ່​ມີ​ການ​ໂຄ່ນ​ລົ້ມ​ອຳ​ນາດ​ຂອງ ທ່ານ ມູ​ອຳ​ມາ ກັດ​ດາ​ຟີ ໃນ​ປີ 2011.

ທັງ​ນີ້ ປະ​ເທດ​ລິ​ເບຍ ເປັນ​ປະ​ເທດ​ທີ່​ຢູ່​ທາງ​ພາກ​ເໜືອ​ຂອງ​ທະ​ວີບ​ອາ​ຟ​ຣິ​ກາ ເຊິ່ງ​ເຕັມ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ນ້ຳ​ມັນ ກຳ​ລັງ​ຕົກ​ຢູ່​ໃນ​ສະ​ພາ​ວະ​ການ​ສູ້​ຮົບ ລະ​ຫວ່າງ​ກຳ​ລັງ​ສອງ​ຝ່າຍ ທີ່​ພະ​ຍາ​ຍາມ​ຍາດ​ຊິງ​ອາ​ນາ​ເຂດກັນ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...