spot_img
Homeຂ່າວຕ່າງປະເທດປີ 2014 ນັກ​ທ່ອງ​ທ່ຽວເດີນ​ທາງ​ເຂົ້າ​ຍີ່​ປຸ່ນ​ ບັນ​ລ​ຸ 13.4 ລ້ານ​ຄົນ ເພີ່ມ​ຂຶ້ນເຖິງ 30%

ປີ 2014 ນັກ​ທ່ອງ​ທ່ຽວເດີນ​ທາງ​ເຂົ້າ​ຍີ່​ປຸ່ນ​ ບັນ​ລ​ຸ 13.4 ລ້ານ​ຄົນ ເພີ່ມ​ຂຶ້ນເຖິງ 30%

Published on

558000000739501

ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍີ່​ປຸ່ນ (JNTO) ເປີດ​ເຜີຍ​ໃນ​ປີ 2014 ມີ​ຍອດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ເດີນ​ທາງ​ເຂົ້າ​ຍີ່​ປຸ່ນ​ສູ​ງຸ​ສດ​ເປັນ​ປະ​ຫວັດ​ສາດ ເຖິງ 13.4 ລ້ານ​ຄົນ ເພີ່ມ​ຂຶ້ນ​ເຖິງ 30% ຈາກ​ປີ​ກ່ອນ​ໜ້າ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 20 ມັງ​ກອນ 2014 ມີ​ຍອດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ເດີນ​ທາງ​ມາ​ຢ້ຽມ​ຢາມ​ປະ​ເທດ​ຍີ່​ປຸ່ນພາຍ​ໃນ​ປີ 2014 ສູງ​ເຖິງ 13.4 ລ້ານ​ຄົນ ເພີ່ມ​ຂຶ້ນ​ສູງເຖິງ 30% ຈາກ​ປີ 2013 ໂດຍ​ສ່ວນ​ໃຫຍ່​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ​ໄຕ້​ຫວັນ ແລະ ເກົາ​ຫລີ​ໃຕ້ ຖັດ​ລົງ​ມາ​ກໍ​ເປັນ​ນັກ​ທ່ອງ​ທ່ຽວ​ຈາກ​ຈີນ ເປັນ​ຕົ້ນ​ຕໍ.  ທັງ​ນີ້, ການ​ທ່ອງ​ທ່ຽວ​ໃນ​ຍີ່​ປຸ່ນ ກຳ​ລັງ​ຟື້ນ​ຕົວ​ຂຶ້​ນ​ຢ່າງ​ແຂງ​ແຮງ ຈາກ​ຜົນ​ພວງ​ຂອງ​ຄ່າ​ເງິນ​ເຢນ​ທີ່​ອ່ອນ​ຄ່າ​ລົງ ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ຕ່າງໆ​ຖືກ​ລົງ ໂດຍ​ຈຳ​ນວນ​ຖ້ຽວ​ບິນ​ຈາກ​ຕ່າງ​ປະ​ເທດ ທີ່​ເດີນ​ທາງ​ເຂົ້າ​ຍີ່​ປຸ່ນ​ກໍ​ມີ​ຈຳ​ນວນ​ເພີ່ມ​ຂຶ້ນ​ອີກ​ມະ​ຫາ​ສານ ນັບ​ຕັ້ງ​ແຕ່​ປີ 2013 ເປັນ​ຕົ້ນ​ມາ ໂດຍ​ໃນ​ປີ​ດັ່ງ​ກ່າວ​ນັ້ນ ກໍ​ເປັນ​ປີ​ທ​ຳ​ອິດ​ໃນ​ປະ​ຫວັດ​ສາດ ທີ່​ຍີ່​ປຸ່ນ​ມີ​ຍອດ​ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ເຂົ້າ​ທະ​ລຸ​ຫລັກ 10 ລ້ານ​ຄົນ.

 

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...