spot_img
Homeຂ່າວຕ່າງປະເທດເມຍ​ໂຫດ! ຕ​ັດ​ອະ​ໄວ​ຍະ​ວະ​ເພດ​ຜົວ 2 ຄັ້ງ ດ້ານຜົວ​ແຄ້ນ​ໜັກ ນຳ​ເຕະ​ເມຍນອກ​ໂຮງ​ໝໍ!

ເມຍ​ໂຫດ! ຕ​ັດ​ອະ​ໄວ​ຍະ​ວະ​ເພດ​ຜົວ 2 ຄັ້ງ ດ້ານຜົວ​ແຄ້ນ​ໜັກ ນຳ​ເຕະ​ເມຍນອກ​ໂຮງ​ໝໍ!

Published on

558000000514601

 

ຕຳ​ຫລວດ​ໃນ​ແຂວງ​ເຫີ​ໜັນ ຈັບ​ກຸມ​ຍິງ​ສາວ ອາ​ຍຸ 30 ປີ ຫລັງ​ລັກ​ຕັດ​ອະ​ໄວ​ຍະ​ວະ​ເພດ​ຂອງ​ສາ​ມີ​ ເຖິງ 2 ຄັ້ງ ດ້ວຍ​ຄວາມ​ແຄ້ນ​ທີ່​ຮູ້​ວ່າ​ສາ​ມີ​ລັກ​ມີ​ເມຍ​ນ້ອຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານໃນ​ວັນ​ທີ 14 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ເກີດ​ເຫດ​ຍິງ​ສາວ​ອາ​ຍຸ 30 ປີ ຊື່​ນາງ ເຟິງ ໄດ້​ລັກ​ຕັດ​ອະ​ໄວ​ຍະ​ວະ​ເພດ​ຂອງ​ ທ້າວ ຟັ່ນ ອາ​ຍຸ 32 ປີ ສາ​ມີ​ຕົນ​ເອງ ເນື່ອງ​ຈາກ​ຮູ້​ວ່າ​ສາ​ມີ​ລັກ​ມີ​ເມຍ​ນ້ອຍ.

ນາງ ເຟິງ ແລະ ທ້າວ ຟັ່ນ ອາ​ໄສ​ໃນ​ເມືອງ​ຊາງ​ຊິວ ແຂວງ​ເຫີ​ໜັນ ປະ​ເທດ​ຈີນ ໂດຍ​ຢູ່​ກິນ​ນຳ​ກັນ​ມາ​ຈົນ​ມີ​ລູກ 5 ຄົນ​ແລ້ວ, ຕໍ່​ມາ​ໃນ​ມື້​ໜຶ່ງ ທ້າວ ຟັ່ນ ໄດ້​ໃຊ້​ໂທ​ລະ​ສັບ​ມື​ຖື​ຂອງ​ເມຍ ເພື່ອ​ສົ່ງ​ອີ​ເມວ​ຫາ​ເມຍ​ນ້ອຍ ອາ​ຍຸ 21 ປີ ຊື່​ວ່າ ນາງ ຈາງຫົງ ແລ້ວ​ລືມ​ລົງ​ຊື່​ອອກ​ຈາກ​ລະ​ບົບ, ຈາກ​ນັ້ນ​ນາງ​ ເຟິງ ຈິ່ງ​ມາ​ເຫັນ​ຂໍ້​ຄວາມ​ຕ່າງໆ​ທີ່​ຜົວ​ຂອງ​ຕົນ​ໄດ້​ສົ່ງ​ຫາ​ເມຍ​ນ້ອຍ ຈິ່ງ​ເກີດ​ມີ​ຄວາມ​ຄຽດ​ແຄ້ນ​ໃນ​ໃຈ ແລ້ວ​ໃຊ້​ມີດ​ຕັດ​ເຂົ້າ​ໄປ​ຕັດ​ອະ​ໄວ​ຍະ​ວະ​ເພດ​ຂອງ​ທ້າວ ຟັ່ນ ໃນ​ຂະ​ນະ​ທີ່​ກຳ​ລັງ​ນອນ​ຫລັບ​ຢູ່​ໃນ​ຫ້ອງນອນ.

ຫລັງ​ຈາກ​ເກີດ​ເຫດ ທ້າວ​ ຟັ່ນ ໄດ້​ຖືກ​ນຳ​ຕົວ​ສົ່ງ​ໂຮງ​ໝໍ​ທັນ​ທີ ເພື່ອ​ໃຫ້​ໝໍ​ຊ່ວຍ​ຕໍ່​ອະ​ໄວ​ຍະ​ວະ​ຄືນ​ໃຫ້, ແຕ່​ວ່າ​ເມຍ​ຂອງ​ລາວ​ຊ້ຳ​ພັດ​ຍັງ​ບໍ່​ສະ​ໃຈ ໄດ້​ລັກ​ລອບ​ເຂົ້າ​ໄປ​ໃນ​ໂຮງ​ໝໍ ເພື່ອ​ຕັດ​ອະ​ໄວ​ຍະ​ວະ​ຂອງ​ຜົວ​ນາງ​ອີກ​ເທື່ອ​ໜຶ່ງ ໂດຍ​ເທື່ອ​ນີ້​ນາງ​ໄດ້​ໂຍນ​ຖິ້ມ​ອອກ​ທາງ​ປ່ອງ​ຢ້ຽມ​ທັນ​ທີ​ອີກ​ດ້ວຍ.

ເມື່ອ​ເປັນ​ຄື​ແນວ​ນັ້ນ, ທ້າວ ຟັ່ນ ຈິ່ງ​ໄດ້​ເກີດ​ມີ​ໂທ​ສະ ລຸກ​ອອກ​ຈາກ​ຕຽງ​ໂຮງ​ໝໍ ໂດຍ​ທີ່​ຍັງ​ເປືອຍ​ກາຍ​ລ້ອນ​ຈ້ອນ ແລະ ຕົນ​ໂຕ​ຍັງ​ຄົງ​ມີ​ເລືອດ​ອາບ​ຢູ່ ນຳ​ອອກ​ໄປ​ເຕະ​ເມຍ​ຂອງ​ລາວ​ຢູ່ນອກ​ໂຮງ​ໝໍ ໂດຍ​ເຈົ້າ​ໜ້າ​ທີ່​ຂອງ​ໂຮງ​ໝໍ​ໄດ້​ເຂົ້າ​ມາ​ແຍກ​ທັງ​ສອງ​ອອກ​ຈາກ​ກັນ ແລ້ວ​ນຳ​ຕົວ​ທັງ​ສອງ​ຄົນ​ເຂົ້າ​ໄປ​ໂຮງ​ໝໍ ເພື່ອ​ປະ​ຖົມ​ພະ​ຍາ​ບານ ນາງ ເຟິງ, ຮອດ​ເວ​ລາ​ນີ້​ທາງ​ແພດ​ໝໍ​ຈິ່ງ​ຮູ້​ວ່າ ນາງ​ ເຟິງ ໄດ້​ລັກ​ເຂົ້າ​ມາ​ຕັດ​ອະ​ໄວ​ຍະ​ວະ​ຜົວ​ຂອງ​ລາວ ເປັນ​ເທື່ອ​ທີ​ສອງ​ຊ້ຳ​ອີກ.

ທາງ​ແພດ​ ແລະ ຕຳ​ຫລວດ ຈິ່ງ​ຟ້າວ​ອອກ​ຄົ້ນ​ຫາ​ອະ​ໄວ​ຍະ​ວະ​ເພດ​ຂອງ ທ້າວ ຟັ່ນ ທີ່​ຖືກ​ເມຍ​ຕັດ​ໂຍນ​ອອກ​ທາງ​ປ່ອງ​ຢ້ຽມ​ໂຮງ​ໝໍ ແຕ່​ກໍ​ໄຮ້​ວີ່​ແວວ ໂດຍ​ພວກ​ເຂົາ​ເຊື່ອ​ວ່າ ອາດ​ຖືກ​ໝາ ຫລື ແມວ​ໃນ​ເຂດ​ນັ້ນ ຄາບ​ໄປ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.

ປັດ​ຈຸ​ບັນ ທ້າວ ເຟິງ ໄດ້​ຮັບ​ການ​ຜ່າ​ຕັດ ແລະ ພົ້ນ​ຂີດ​ອັນ​ຕະ​ລາຍ​ແລ້ວ ແຕ່​ວ່າ​ຍັງ​ຄົງ​ມີ​ອາ​ການ​ໂມ​ໂຫ​ໂທ​ສະ ເສຍ​ອາ​ລົມ​ຢູ່​ຕະ​ຫລອດ, ໃນ​ຂະ​ນະ​ທີ່​ເມຍ​ຂອງ​ລາວ​ໄດ້​ຖືກ​ຕຳ​ຫລວດ​ຈັບ​ກຸມ ຂໍ້​ຫາ​ທຳ​ຮ້າຍ​ຮ່າງ​ກາຍ​ຈົນ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...