spot_img
Homeຂ່າວຕ່າງປະເທດເກົາ​ຫລີ​ໃຕ້ ຈັບ​ກຸມ​ນັກ​ເຄືີ່ອນ​ໄຫວ​ຝ່າຍ​ຊ້າຍ ຂໍ້​ຫາ​ຍົກ​ຍ້ອງ​ເກົາ​ຫລີ​ເໜືອ!

ເກົາ​ຫລີ​ໃຕ້ ຈັບ​ກຸມ​ນັກ​ເຄືີ່ອນ​ໄຫວ​ຝ່າຍ​ຊ້າຍ ຂໍ້​ຫາ​ຍົກ​ຍ້ອງ​ເກົາ​ຫລີ​ເໜືອ!

Published on

558000000499301

 

ພຽງ​ບໍ່​ພໍ​ເທົ່າ​ໃດ​ມື້ ຫລັງ​ຈາກ​ການ​ເນ​ລະ​ເທດ​ຍິງ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ເກົາ​ຫລີ ອອກ​ນອກ​ປະ​ເທດ​ເກົາ​ຫລີ​ໃຕ້ ໃນ​ຂໍ້​ຫາ​ຍົກ​ຍ້ອງ​ເກົາ​ຫລີ​ເໜືອ ເຊິ່ງ​ຕໍ່​ມາ​ທາງ​ການ​ໄດ້​ຈັບ​ກຸມ​ເພື່ອນ​ນັກ​ເຄື່ອນ​ໄຫວ​ຂອງ​ນາງ ແລະ ອະ​ດີດ​ນັກ​ການ​ເມືອງ​ຝ່າຍ​ຊ້າຍ​ອີກ ໃນ​ຂໍ້​ຫາ​ອັນ​ດຽວ​ກັນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 14 ມັງ​ກອນ​ນີ້​ວ່າ ສາວ​ເກົ​າ​ຫລີ​ຜູ້​ຖືກ​ຈັບ​ກຸມ​ຄັ້ງ​ນີ້ ໄດ້​ຖືກ​ຂໍ້​ຫາ​ລະ​ເມີດ​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອ​ງເກົາ​ຫລີ​ໃຕ້ ເຊິ່ງ​ຖືກ​ປະ​ກາດ​ໃຊ້​ໃນ​ປີ 1948 ເປັນ​ຕົ້ນ​ມາ ເພື່ອ​ປ້ອງ​ກັນ ແລະ ຕໍ່​ຕ້ານ​ແນວ​ຄິດ​ຂອງ​ລັດ​ທິ​ກອມ​ມູ​ນິດ ໂດຍ​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ ໄດ້​ຫ້າມ​ເວົ້າ ຫລື ຫ້າມ​ຂຽນ​ຍົກ​ຍ້ອງ​ແນວ​ຄິດ​ຂອງ​ເກົາ​ຫລີ​ເໜືອ ໂດຍ​ຖື​ວ່າ​ການ​ກະ​ທຳ​ດັ່ງ​ກ່າວ ເປັນ​ການ​ຕໍ່​ຕ້ານ​ລັດ​ເກົາ​ຫລີ​ໃຕ້ ເຊິ່ງ​ມີ​ໂທດ​ຈຳ​ຄຸກ​ສູງ​ສຸດ​ເຖິງ 7 ປີ.

ພ້ອມ​ກັນ​ນັ້ນ ທ່ານ ຮ​ວາງ ຊຸນ ອະ​ດີດ​ນັກ​ການ​ເມືອງ​ຝ່າຍ​ຊ້າຍ ແລະ ນັກ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ການ​ລວມ​ປະ​ເທດ ກໍ​ໄດ້​ຖືກ​ຈັບ​ກຸມ​ໃນ​ຂໍ້​ຫາ​ຍົກ​ຍ້ອງ​ເກົາ​ຫລີ​ເໜືອ ແລະ ຜູ້​ນຳ ກິມ ຈອງ ອຶນ ຈາກ​ການ​ທີ່​ເຂົາ​ໄດ້​ບັນ​ລະ​ຍາຍ​ຫລາຍ​ຄັ້ງຜ່ານ​ມາ ພ້ອມ​ກັບ​ນາງ ຊິນ ອຶນ​ມີ ໝູ່​ຂອງ​ເຂົາ ເຊິ່ງ​ໄດ້​ຖືກ​ເນ​ລະ​ເທດ​ອອກ​ນອກ​ປະ​ເທດ​ໄປ​ແລ້ວ ໃນ​ມື້​ວັນ​ເສົາ​ທີ 3 ມັງ​ກອນ​ຜ່ານ​ມາ ໂດຍ​ຫ້າມ​ບໍ່​ໃຫ້​ເຂົ້າ​ມາ​ໃນ​ປະ​ເທດ​ເກົາ​ຫລີ​ໃຕ້ ເປັນ​ເວ​ລາ 5 ປີ.

ນັກ​ວິ​ຈານໃນ​ປະ​ເທດ​ເກົາ​ຫລີ​ໃຕ້​ເອງ ໄດ້​ກ່າວ​ວິ​ຈານ​ຕໍ່​ກົດ​ໝາຍ​ສະ​ບັບ​ນີ້​ວ່າ ເປັນ​ການ​ເປີດ​ທາງ​ໃຫ້​ແກ່​ການ​ຂົ່ມ​ເຫັງ ແລະ ຈຳ​ກັດ​ສິດ​ເສ​ລີ​ພາບ​ໃນ​ການ​ເວົ້າ, ແຕ່​ທາງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ເອງ ໄດ້​ສະ​ແດງ​ຄວາມ​ເຫັນ​ພ້ອມ​ກັບ​ການ​ເນ​ລະ​ເທດ ນາງ ຊິນ ອຶນ​ມີ ອອກນອກ​ປະ​ເທດ​ນັ້ນ ແມ່ນ​ເປັນການ​ເຄົາ​ລົບກ່ຽວ​ກັບ​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເກົາ​ຫລີ​ໃຕ້​ເອງ ເຊິ່​ງ​ຖືກ​ຍຶດ​ຖື​ມາ​ຍາວ​ນານ ແລະ ເປັນ​ຂອບ​ເຂດ​ທີ່​ຕັ້ງ​ຢູ່​ເທິງ​ເສ​ລີ​ພາບ​ໃນ​ການ​ສະ​ແດງ​ອອກ​ໃນ​ເກົາ​ຫລີ​ໃຕ້.

ທັງ​ນີ້ ເນື່ອງ​ຈາກ​ເກົາ​ຫລີ​ໃຕ້ ແລະ ເກົາ​ຫລີ​ເໜືອ ແມ່ນ​ຍັງ​ຄົງ​ຢູ່​ໃນ​ພາ​ວະ​ສົງ​ຄາມ ເພາະ​ວ່າ​ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ສອງ​ເກົາ​ຫລີ ໃນ​ຊ່ວງ​ປີ 1950-1953 ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ການ​ເຮັດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ເຊິ່ງ​ເປັນ​ສັນ​ຍາ​ຢຸດ​ຍິງ​ຊົ່ວ​ຄາວ​ເທົ່າ​ນັ້ນ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...