spot_img
Homeຂ່າວຕ່າງປະເທດ​ພູ​ເຂົາ​ໄຟ​ຕອງ​ກາ ລະ​ເບີດ​ຮຸ​ນ​ແຮງ ທະ​ເລ​ກາຍ​ເປັນ​ສີ​ເລືອດ ຖ້ຽວ​ບິນ​ຖືກ​ຍົກ​ເລີກ!

​ພູ​ເຂົາ​ໄຟ​ຕອງ​ກາ ລະ​ເບີດ​ຮຸ​ນ​ແຮງ ທະ​ເລ​ກາຍ​ເປັນ​ສີ​ເລືອດ ຖ້ຽວ​ບິນ​ຖືກ​ຍົກ​ເລີກ!

Published on

EyWwB5WU57MYnKOuFNAQM3UxBET9fG8gdjpWum5J9hs4ALLC3o3kKm

 

ພູ​ເຂົາ​ໄຟ​ໃຕ້​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ໃນ​ປະ​ເທດ​ຕອງ​ກາ ”ຮັງ​ກາ ຕອງ​ກາ-ຮັງ​ກາ ຮາ ອາ​ປາຍ ” ລະ​ເບີດ​ຮຸ​ນ​ແຮງ ຖ້ຽວ​ບິນ​ປະ​ເທດ​ໃກ້​ຄຽງ​ຖືກ​ງົດ​ໃຫ້​ບໍ​ລິ​ການ​ຊົ່ວ​ຄາວ ນ້ຳທະ​ເລ​ກາຍ​ເປັນ​ສີ​ເລືອດ.

ຖ້ຽວ​ບິນ​ລະ​ຫວ່າງ​ປະ​ເທດ ຂອງ​ສາຍ​ການ​ບິນ​ຫລາຍ​ສາຍ ທີ່​ຈະ​ເດີນ​ທາງ​ໄປ ແລະ ເດີນ​ທາງ​ກັບ​ຈາກ​ອົດ​ສະ​ຕາ​ລີ, ນິວ​ຊີ​ແລນ ແລະ ຟິ​ຈິ ຕ້ອງ​ຖືກ​ຍົກ​ເລີກ​ທັງ​ໝົດ ເມື່ອວັນ​ທີ 13 ມັງ​ກອນ​ຜ່ານ​ມາ ຫລັງ​ພູ​ເຂົາ​ໄຟ​ໃຕ້​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກຊື່ ”ຮັງ​ກາ ຕອງ​ກາ-ຮັງ​ກາ ຮາ ອາ​ປາຍ ” ເຊິ່ງ​ຢູ່​ຫ່າງ​ຈາກ​ນະ​ຄອນ​ຫລວງ​ນູ​ກູ​ອະ​ໂລ​ຟາ  ເມືອງ​ຫລວງ​ຂອງ​ປະ​ເທດ​ຕອງ​ກາ ໄດ້​ລະ​ເບີດ​ຂຶ້ນ​ຮຸນ​ແຮງ ພົ່ນ​ຄັວນ​ຂີ້​ເຖົ່າ​ຂຶ້ນ​ສູ່​ທ້ອງ​ຟ້າ​ສູງ 4,500 ແມັດ ຫລັງ​ໄດ້​ລະ​ເບີດ​ໃນ 1-2 ອາ​ທິດ​ກ່ອນ ໂດຍ​ລາ​ວາ ແລະ ຕົມ​ຈາກ​ພູ​ເຂົາ​ໄຟ ຍັງ​ໄດ້​ເຮັດ​ໃຫ້​ນ້ຳ​ທະ​ເລ​ໃນ​ເຂດ​ດັ່ງ​ກ່າວ​ກາຍ​ເປັນ​ສີ​ແດງ​ຄ້າຍ​ຄື​ເລືອດ.

ຢ່າງ​ໃດ​ກໍ​ຕາມ ຖ້ຽວ​ບິນ​ພາຍ​ໃນ​ຕອງ​ກາ ແລະ ໄປ​ຍັງ​ພ​າກ​ພື້ນ​ອື່ນໆ ຍັງ​ຄົງ​ໃຫ້​ບໍ​ລິ​ການ​ໄດ້​ປົກ​ກະ​ຕິ ໂດຍ​ຄາດ​ວ່າ​ຖ້ຽວ​ບິນ​ທັງ​ໝົດ​ທີ່​ຖືກ​ງົດ​ໃຫ້​ບໍ​ລິ​ການ​ຢູ່​ປະ​ເທດ​ອ້ອມ​ຂ້າງ ຈະ​ເປີດ​ໃຫ້​ບໍ​ລິ​ການ​ໄດ້​ປົກ​ກະ​ຕິ​ພາຍ​ໃນ​ມື້​ນີ້ (14 ມັງ​ກອນ).

 

NjpUs24nCQKx5e1DGz12K2QJruDQJYVhXHriUYipCes

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...