spot_img
Homeຂ່າວຕ່າງປະເທດລົດ​ບັນ​ທຸກ​ນ້ຳ​ມັນ ຕຳ​ລົດ​ເມ​ໂດຍ​ສານ ຢູ່​ປາ​ກີ​ສະ​ຖານ ຜູ້​ໂດຍ​ສານ​ຖືກ​ເຜົາ​ທັງ​ເປັນ ຕາຍ​ເກືອບ 60 ຄົນ!

ລົດ​ບັນ​ທຸກ​ນ້ຳ​ມັນ ຕຳ​ລົດ​ເມ​ໂດຍ​ສານ ຢູ່​ປາ​ກີ​ສະ​ຖານ ຜູ້​ໂດຍ​ສານ​ຖືກ​ເຜົາ​ທັງ​ເປັນ ຕາຍ​ເກືອບ 60 ຄົນ!

Published on

z-3_126

 

ເກີດ​ອຸ​ບັດ​ເຫດ​ສະ​ເທືອນ​ຂັວນ ລົດ​ບັນ​ທຸກ​ນ້ຳ​ມັນ​ຕຳປະ​ສານ​ງາ​ກັບ​ລົດ​ເມ​ໂດຍ​ສານຢູ່​ປາ​ກີ​ສະ​ຖານ ຈົນ​ເກີດ​ໄຟ​ລຸກ​ໄໝ້​ຖ້ວມ​ທັງ​ສອງ​ຄັນ ຜູ້​ໂດຍ​ສານ​ຖືກ​ເຜົາ​ທັງ​ເປັນ​ເສຍ​ຊີ​ວິດເກືອບ 60 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວ​ັນ​ທີ 11 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ເກີດ​ອຸ​ບັດ​ເຫດ​ສະ​ຫລົດ​ໃຈ​ຂຶ້ນ ເມື່ອ​ລົດ​ບັນ​ທຸກ​ນ້ຳ​ມັນ​ໄດ້​ແລ່ນ​ຕຳ​ແບບ​ປະ​ສານ​ງາ ເຂົ້າ​ກັບ​ລົດ​ເມ​ໂດຍ​ສານ​ປະ​ຈຳ​ທາງ ໃກ້​ກັບ​ເມືອງ​ກາ​ຣາ​ຈີ ປະ​ເທດ​ປາ​ກີ​ສະ​ຖານ ຈົນ​ເກີດ​ມີ​ໄຟ​ໄໝ້​ລຸກ​ຖ້ວມ​ທັງ​ສອງ​ຄັນ​ລົດ ໃນ​ມື້​ວັນ​ເສົາ​ທີ 10 ມັງ​ກອນ​ຜ່ານ​ມາ ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ໂດຍ​ສານ​ເທິງ​ລົດ​ເມ​ເຄາະ​ຮ້າຍ ໜີ​ອອກ​ຈາກ​ລົດ​ບໍ່​ໄດ້ ຖືກ​ໄຟ​ໄໝ້​ທັງ​ເປັນ​ຕາຍ​ຄາ​ລົດ​ເມ​ເຖິງ 57 ຄົນ ໃນ​ຂະ​ນະ​ທີ່​ມີ​ຜູ້​ໂດຍ​ສານ​ຈຳ​ນວນ​ໜຶ່ງ ທີ່​ນັ່ງ​ຢູ່​ເທິງ​ຫລັງ​ຄາ​ລົດ​ເມ ສາ​ມາດ​ໂດດ​ໜີ​ອອກ​ຈາກ​ລົດ ລອດ​ຕາຍ​ຢ່າງ​ຫວຸດ​ຫວິດ.

ຂ່າວ​ໄດ້​ລາຍ​ງານ​ວ່າ ກ່ອນ​ເກີດ​ເຫດ​ດັ່ງ​ກ່າວ​ນີ້ ຄົນ​ຂັບ​ລົດ​ບັນ​ທຸກ​ນ້ຳ​ມັນ ໄດ້​ຂັບ​ລົດ​ດ້ວຍ​ຄວາມ​ປະ​ໝາດ ເພາະ​ແລ່ນ​ລົດ​ດ້ວຍ​ຄວາມ​ໄວ​ສູງ ແລະ ແລ່ນ​ຜິດ​ເລນ​ອີກ​ດ້ວຍ ຈົນ​ເປັນ​ເຫດ​ເຮັດ​ໃຫ້​ໄປ​ຕຳ​ເອົາ​ກັບ​ລົດ​ເມ​ໂດຍ​ສານທີ່​ແລ່ນ​ສວານ​ທາງ​ມາ​, ໂຊ​ເຟີ​ຂັບ​ລົດ​ບັນ​ທຸກ​ນ້ຳ​ມັນ​ລອດ​ຕາຍ ແລະ ເອົາ​ຕົວ​ຫລົບ​ໜີ​ທັນ​ທີ​ຫລັງ​ຈາກ​ເກີດ​ເຫດ.

EyWwB5WU57MYnKOuFNAQfq3Dzg9kbzdExqEFMFjZRm06le8hCdCOcn

z-2_201

NjpUs24nCQKx5e1DGz13B4K9TNCZBjog1DOr5x4LYSk

ບົດຄວາມຫຼ້າສຸດ

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...