spot_img
Homeຂ່າວຕ່າງປະເທດຫິ​ມະ​ຕົກ​ຄັ້ງ​ທຳ​ອິດໃນ​ຮອບ​ປີ ​ຢູ່​ແຂວງລາວ​ກາຍ ​ປະ​ເທດຫວຽດ​ນາມ

ຫິ​ມະ​ຕົກ​ຄັ້ງ​ທຳ​ອິດໃນ​ຮອບ​ປີ ​ຢູ່​ແຂວງລາວ​ກາຍ ​ປະ​ເທດຫວຽດ​ນາມ

Published on

558000000362905

 

ນັກ​ທ່ອງ​ທ່ຽວ​ຫລາຍ​ພັນ​ຄົນ​ໃນ​ເມືອງ​ຊາ​ປາ ​ແຂວງ​ລາວ​ກາຍ ທາງ​ພາກ​ເໜືອ​ຂອງ​ຫວຽດ​ນາມ ໄດ້​ສຳ​ຜັດ​ກັບ​ຫິ​ມະ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ​ນີ້ ຫລັງ​ຫິ​ມະ​ຕົກ​ໃນ​ມື້​ວັນ​ເສົາ​ 10 ມັງ​ກອນ​ຜ່ານ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານໃນ​ວັນ​ທີ 11 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ຫິ​ມະ​ໄດ້​ເລີ່ມ​ຕົກ​ລົງ​ມາ​ໃນ​ຕອນ​ທ່ຽງ​ຄືນ​ມື້​ວັນ​ສຸກ​ທີ 9 ມັງ​ກອນ ໃນ​ຂະ​ນະ​ທີ່​ອຸນ​ຫະ​ພູມ​ໃນ​ເມືອງ​ດັ່ງ​ກ່າວ​ຫລຸດ​ລົງ​ຕ່ຳ 0 ອົງ​ສາ ທັງ​ຢູ່​ໃນ​ເຂດເມືອງ​ຊາ​ປາ ແລະ ເມືອງ​ບ໊າດ​ສາດ ບໍ​ລິ​ເວນ​ດຽວ​ກັນ​ທີ່​ມີ​ຫິ​ມະ​ຕົກ​ໜັກ​ ໃນ​ເດືອນ​ທັນ​ວາ ປີ 2013.

​ຫິ​ມະ​ໄດ້​ປົກ​ຄຸມ​ຖ​ະ​ໜົນ​ຫົນ​ທາງ ແລະ ຫລັງ​ຄາ​ເຮືອນ​ຂອງ​ປະ​ຊ​າ​ຊົນ ຍອດ​ໄມ້​ໃບ​ຫຍ້າ ແລະ ບາງ​ແຫ່ງ​ກໍ​ປ​ົກ​ຄຸມ​ທົ່ວ​ບໍ​ລິ​ເວນ​ເປີ້ນ​ພູຂອງ​ແຫລ່ງ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ໃນ​ເມືອງ​ຊາ​ປາ ເຮັດ​ໃຫ້​ບາງ​ບ່ອນ​ຕ້ອງ​ຢຸດ​ປິດ​ໃຫ້​ບໍ​ລິ​ການ ເນື່ອງ​ຈາກ​ຫິ​ມະ​ຕົກ​ໜັກ ແລະ ຍິ່ງ​ໄກ​ອອກ​ຈາກ​ເຂດ​ເມືອງ ເຂົ້າ​ໄປ​ໃນ​ພູ​ສູງ​ເທົ່າ​ໃດ ຫິ​ມະ​ກໍ​ຍິ່ງ​ປົກ​ຄຸມ​ໜາ​ຫລາຍ​ຍິ່ງ​ຂຶ້ນ ຕັ້ງ​ແຕ່​ຕອນ​ເຊົ້າ​ຂອງວັນ​ເສົາ​ທີ 10 ມັງ​ກອນ​ຜ່ານ​ມາ​ນີ້.

 

558000000362901

558000000362904

558000000362907

558000000362908

558000000362909

558000000362912

 

ບົດຄວາມຫຼ້າສຸດ

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...