spot_img
Homeຂ່າວຕ່າງປະເທດພົບ​ແລ້ວ! ກ່ອງ​ດຳ ແອ​ຣ໌ ເອ​ເຊຍ QZ8501 ໃນ​ຄວາມ​ເລິກ 30 ກ່​ວາ​ແມັດ!

ພົບ​ແລ້ວ! ກ່ອງ​ດຳ ແອ​ຣ໌ ເອ​ເຊຍ QZ8501 ໃນ​ຄວາມ​ເລິກ 30 ກ່​ວາ​ແມັດ!

Published on

EyWwB5WU57MYnKOuFNChtxJiDSIMCeiub9HMU9yTNu9wnPpzTyLTdG

 

ນັກ​ມຸ​ດ​ນ້ຳ​ຂອງກອງ​ທັບ​ເຮືອ​ອິນ​ໂດ​ເນ​ເຊຍ ພົບ​ກ່ອງ​ດຳ​ຂອງ​ເຮືອ​ບິນ ແອ​ຣ໌ ເອ​ເຊຍ QZ8501 ແລ້ວ ໃນ​ຄວາມ​ເລິກ 30 ກ່​ວາ​ແມັດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 11 ມັງ​ກອນ​ຜ່ານ​ມາ​ວ່າ ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ສາ​ມາດ​ຄົ້ນ​ພົບ​ກ່ອງ​ດຳ​ ຂອງ​ເຮືອ​ບິນ ແອ​ຣ໌ ເອ​ເຊຍ ຖ້ຽວ​ບິນ QZ8501 ທີ່​ປະ​ສົບ​ອຸ​ບັດ​ເຫດ​ຕົກ​ໃນ​ທະ​ເລ​ຊະ​ວາ​ແລ້ວ ໂດຍ​ນັກ​ດຳ​ນ້ຳ​ຂອງກອງ​ທັບ​ເຮືອ​ອິນ​ໂດ​ເນ​ເຊຍເປັນ​ຜູ້​ຄົ້ນ​ພົບ, ແຕ່​ພວກ​ເຂົາ​ກໍ​ຍັງ​ບໍ່​ທັນ​ສາ​ມາດ​ກູ້​ເອົາ​ກ່ອງ​ດຳ​ດັ່ງ​ກ່າວ​ຂຶ້ນ​ມາ​ໄດ້​ເທື່ອ ເນື່ອງ​ຈາກ​ມັນ​ຕິດ​ຢູ່​ໃນ​ຊາກ​ຊິ້ນ​ສ່ວນ​ຂອງ​ເຮືອ​ບິນ ໃນ​ຄວາມ​ເລິກ 30 – 32 ແມັດ ໂດຍ​ເຈົ້າ​ໜ້າ​ທີ່​ຈະ​ດຳ​ເນີນ​ການ​ກູ້​ຂຶ້ນ​ມາ ໃນ​ຕອນ​ເຊົ້າ​ຂອງ​ມື້​ນີ້ (12 ມັງ​ກອນ).

ທັງ​ນີ້ ຍອດ​ລວມ​ສົບ​ຂອງ​ຜູ້​ໂດຍ​ສານ​ທີ່​ກູ້​ສົບ​ຂຶ້ນ​ມາ​ໄດ້​ແລ້ວ ແມ່ນ​ມີ​ຈຳ​ນວນ 48 ສົບ ໂດຍໃນ​ນັ້ນແມ່ນສາ​ມາດ​ພິ​ສູດ​ເອ​ກະ​ລັກ​ບຸ​ກ​ຄົນ​ໄດ້​ແລ້ວ 32 ສົບ.

 

ບົດຄວາມຫຼ້າສຸດ

img3

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...