spot_img
Homeຂ່າວຕ່າງປະເທດຜູ້​ນຳ​ໂລກ 40 ກ່​ວາ​ປະ​ເທດ ຮ່ວມ​ສະ​ແດງ​ພະ​ລັງ ຕ້ານ​ກໍ່​ການ​ຮ້າຍ​!

ຜູ້​ນຳ​ໂລກ 40 ກ່​ວາ​ປະ​ເທດ ຮ່ວມ​ສະ​ແດງ​ພະ​ລັງ ຕ້ານ​ກໍ່​ການ​ຮ້າຍ​!

Published on

FRANCE-ATTACKS-CHARLIE-HEBDO-DEMO

 

ຜູ້​ນຳ​ໂລກ 40 ກ່​ວາ​ປະ​ເທດ ຮ່ວມ​ສະ​ແດງ​ພະ​ລັງ ເດີນ​ຂະ​ບວນ​ປະ​ທ້ວງ​ໃນ​ນະ​ຄອນ​ຫລວງ​ປາ​ຣີ ຄາດ​ຈະ​ມີ​ປະ​ຊາ​ຊົນກ່​ວາ​ລ້ານ​ຄົນ ອອກ​ມາ​ເດີນ​ຂະ​ບວນ​ປະ​ທ້ວງ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ.

ເມື່ອ​ວັນ​ທີ 11 ມັງ​ກອນ​ຜ່ານ​ມາ ສຳ​ນ​ັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ຜູ້​ນຳ​ໂລກ​ປະ​ມານ 40 ປະ​ເທດ ລວມ​ມີ​ທ່ານ ເດ​ວິດ ຄາ​ເມ​ຣອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ, ທ່ານ ນາງ ອັງ​ເກ​ລາ ແມ​ເຄິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ, ທ່ານ ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ລາ​ແອນ ແລະ ປະ​ທາ​ນາ​ທິ​ບໍ​ດີ ມາ​ມູດ ອັບ​ບາ​ສ ຂອງ​ປາ​ເລດ​ຕິນ ໄດ້​ເດີນ​ທາງ​ມາ​ຮ່ວມ​ເດີນ​ຂະ​ບວນ​ປະ​ທ້ວງ ເພື່ອ​ສະ​ແດງ​ພະ​ລັງຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ຢູ່​ນະ​ຄອນ​ຫລວງ​ປາ​ຣີ ປະ​ເທດ​ຝ​ຣັ່ງ ໃນ​ເວ​ລາ 15:00 ໂມງ ຂອງວັນ​ອາ​ທິດ​ທີ 11 ມັງ​ກອນ​ຜ່ານ​ມາ ຕາມ​ເວ​ລາ​ທ້ອງ​ຖິ່ນ ຫລັງ​ຈາກ​ທີ່​ມີ​ປະ​ຊາ​ຊົນ​ຊາວ​ຝ​ຣັ່ງນັບ 70,000 ຄົນ ອອກ​ມາເດີນ​ຂະ​ບວນ​ປະ​ທ້ວງ​ໃນ​ມື້​ວັນ​ເສົາ​ທີ 10 ມັງ​ກອນ​ຜ່ານ​ມາ.

ທັງ​ນີ້​ແຫລ່ງ​ຂ່າວ​ຕ່າງ​ປະ​ເທດ ໄດ້​ຄາດ​ການ​ວ່າ ອາດ​ມີ​ປະ​ຊາ​ຊົນ​ອອກ​ມາ​ເດີນ​ຂະ​ບວນ​ເພີ່ມ​ຂຶ້ນ​ກ່​ວາ 1 ລ້ານ​ຄົນ ຫລັງ​ຈາກ​ທີ່​ເກີດ​ເຫດ​ການກວາດ​ຍິງ​ສຳ​ນັກ​ງານ​ວາ​ລະ​ສານ ຊາ​ຣີ ເອບ​ໂດ ແລະ ຮ້ານ​ສັບ​ພະ​ສິນ​ຄ້າ ໂກ​ເຊ່ ໃນ​ນະ​ຄອນ​ຫລວງ​ປາ​ຣີ ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ລວມ​ກັນ 17 ສົບ.

 

NjpUs24nCQKx5e1DGz13aIa0m8JKUabnn2YYhFpVrOt

NjpUs24nCQKx5e1DGz13aIa0m8JKUaSCrA5kJ8pkgj6

ບົດຄວາມຫຼ້າສຸດ

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)