spot_img
Homeຂ່າວຕ່າງປະເທດປີ 2014 ຫວຽດ​ນາມ ສົ່ງ​ອອກ​ເຂົ້າ 7.5 ລ້ານ​ໂຕນ ສ້າງ​ລາຍ​ຮັບໃຫ້​ປະ​ເທດ ເກືອບ 3 ຕື້​ໂດ​ລາ

ປີ 2014 ຫວຽດ​ນາມ ສົ່ງ​ອອກ​ເຂົ້າ 7.5 ລ້ານ​ໂຕນ ສ້າງ​ລາຍ​ຮັບໃຫ້​ປະ​ເທດ ເກືອບ 3 ຕື້​ໂດ​ລາ

Published on

A worker looks at the latest batch of imported Vietnamese rice unloaded inside a port in Manila

 

ສູນ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າຂອງ​ຫວຽດ​ນາມ ເປີດ​ເຜີຍ​ວ່າ ປະ​ເທດ​ໄດ້​ສົ່ງ​ອອກ​ເຂົ້າ​ໄປ​ແລ້ວ​ທັງ​ໝົດ 7.5 ລ້ານ​ໂຕນ ໃນ​ປີ 2014 ທັງ​ແບບ​ສົ່ງ​ອອກ​ເປັນ​ທາງ​ການ ແລະ ການ​ຄ້າ​ຜ່ານ​ຊາຍ​ແດນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ ລາຍ​ງານ​ໃນ​ວັນ​ທີ 7 ມັງ​ກອນ​ນີ້​ວ່າ ຫວຽດ​ນາມ​ໄດ້​ຂາຍ​ເຂົ້າ​ຜ່ານ​ການ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ ທັງ​ໝົດ 6.5 ລ້ານ​ໂຕນ ສ້າງ​ລາຍ​ຮັບ​ໄດ້ 2.84 ຕື້​ໂດ​ລາ​ສະ​ຫະ​ລັດ ພາຍ​ໃນ​ປີ 2014 ຜ່ານ​ມາ ເຊິ່ງ​ລາ​ຄາ​ສົ່ງ​ອອກ ສະ​ເລ່ຍ​ 436.92 ໂດ​ລາ​ຕໍ່​ໂຕນ.

ສ​ປ ຈີນ ຍັງ​ຄົງ​ເປັນ​ຜູ້​ນຳ​ເຂົ້າ​ເຂົ້າ​ສານ​ຈາກ​ຫວຽດ​ນາມ​ລາຍ​ໃຫຍ່​ທີ່​ສຸດ​ ຕໍ່​ເນື່ອງ​ກັນ​ເປັນ​ເວ​ລາ 3 ປີ​ຕິດ​ຕໍ່​ກັນ ໂດຍ​ນຳ​ເຂົ້າ​ເຂົ້າ​ສານ​ຈາກ​ຫວຽດ​ນາມ​ໄປ​ທັງ​ໝົດ 2.1 ລ້ານ​ໂຕນ ຜ່ານ​ການ​ສົ່ງ​ອອກ​ເຂົ້າ​ຢ່າງ​ເປັນ​ທາງ​ການ, ສ່ວນ​ຟິ​ລິບ​ປິນ ເປັນ​ຜູ້​ບໍ​ລິ​ໂພກ​ລາຍ​ໃຫຍ່​ອັນ​ດັບ​ທີ 2 ທີ່​ສັ່ງ​ຊື້​ເຂົ້າ​ຈາກ​ຫວຽດ​ນາມ​ໄປ​ທັງ​ໝົດ 1.4 ລ້ານ​ໂຕນ.

ນອກ​ຈາກ​ການ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ​ແລ້ວ, ຫວຽດ​ນາມ​ຍັງ​ຂາຍ​ເຂົ້າ​ອີກ​ປະ​ມານ 1 ລ້ານ​ໂຕນ ໃຫ້​ແກ່​ຈີນ​ຜ່ານ​ການ​ຄ້າ​ບໍ​ລິ​ເວນ​ຊາຍ​ແດນ ໃນ​ປີ 2014 ຜ່ານມາ ເຊິ່ງ​ເຮັດ​ໃຫ້​ຈຳ​ນວນ​ການ​ສົ່ງ​ອອກ​ເຂົ້າ​ລວມ​ກັນ​ທັງ​ໝົດ​ຂອງ​ຫວຽດ​ນາມ​ໃນປີ 2014 ແມ່ນ​ຢູ່​ທີ່ 7.5 ລ້ານ​ໂຕນ ຕາມ​ການ​ລາຍ​ງານ​ຂອງ​ສູນ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ.

ທາງ​ດ້ານ​ສະ​ມາ​ຄົມ​ອາ​ຫານ​ຫວຽດ​ນາມ ຍັງ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ອີກວ່າ ສະ​ເພາະ​ໃນ​ປີ 2015 ນີ້ ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຕັ້ງ​ເປົ້າສົ່ງ​ອອກ​ເຂົ້າ​ທັງ​ໝົດ​ໃຫ້​ໄດ້ 7 – 7.5 ລ້ານ​ໂຕນ.

 

ບົດຄວາມຫຼ້າສຸດ

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)