spot_img
Homeຂ່າວຕ່າງປະເທດຈີນປົດຜູ້ຊ່ວຍ ລັດຖະມົນຕີການຕ່າງປະເທດ ສອບວິໄນສໍ້ລາດບັງຫລວງ

ຈີນປົດຜູ້ຊ່ວຍ ລັດຖະມົນຕີການຕ່າງປະເທດ ສອບວິໄນສໍ້ລາດບັງຫລວງ

Published on

558000000043401

 

ທາງການຈີນ ຂັບຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ອອກຈາກຕຳແໜ່ງ ເພື່ອເຂົ້າສູ່ຂະບວນການສອບສວນ

ທາງວິໄນ ຫລັງຖືກສົງໄສມີສ່ວນກ່ຽວຂ້ອງກັບການສໍ້ລາດບັງຫລວງ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ມັງກອນຜ່ານມານີ້ວ່າ ທ່ານ ຈາງ ຄຸນເຊິງ ຜູ້ຊ່ວຍລັດຖະມົນຕີກະຊວງການ

ຕ່າງປະເທດຈີນ ໄດ້ຖືກໃຫ້ອອກຈາກຕຳແໜ່ງ ໃນວັນທີ 1 ມັງກອນທີ່ຜ່ານມາ ໂດຍຕຳແໜ່ງຂອງເຂົາ ຖືເປັນຕຳແໜ່ງ

ການນຳລະດັບຕົ້ນໆຂອງກະຊວງ ເປັນອັນດັບທີ 4 ຖັດຈາກລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ເຂົາ

ຍັງດຳລົງຕຳແໜ່ງເປັນຫົວໜ້າກົມພິທີການທູດອີກດ້ວຍ.

 

ທັງນີ້ ທ່ານ ຈາງ ເປັນນັກການທູດລະດັບສູງສຸດຂອງກະຊວງການຕ່າງປະເທດຈີນ ເຊິ່ງຖືກກວດກອບວິໄນໃນຂໍ້ຫາສໍ້ລາດ

ບັງຫລວງ ນັບຕັ້ງແຕ່ປະທານາທິບໍດີ ສີ ຈິ້ນຜິງ ຂຶ້ນມາດຳລົງຕຳແໜ່ງເປັນຜູ້ນຳສູງສຸດຂອງປະເທດ.

 

ບົດຄວາມຫຼ້າສຸດ

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...