spot_img
Homeຂ່າວຕ່າງປະເທດຜູ້ນຳຫວຽດນາມ ແລະ ກຳປູເຈຍ ໃຫ້ຄຳໝັ້ນກະຕຸ້ນການຄ້າສອງປະເທດ ບັນລຸຫລັກ 5 ຕື້ໂດລາ ໃນປີໜ້າ

ຜູ້ນຳຫວຽດນາມ ແລະ ກຳປູເຈຍ ໃຫ້ຄຳໝັ້ນກະຕຸ້ນການຄ້າສອງປະເທດ ບັນລຸຫລັກ 5 ຕື້ໂດລາ ໃນປີໜ້າ

Published on

FZMBPtSh

 

ຜູ້ນຳກຳປູເຈຍ ແລະ ຫວຽດນາມ ເສີມຂະຫຍາຍຄວາມສຳພັນ ແລະ ການຮ່ວມມືຂອງສອງປະເທດ ລະຫວ່າງການພົບ

ປະກັນຂອງປະທານປະເທດຫວຽດນາມ ແລະ ນາຍົກກຳປູເຈຍ ວານນີ້ (23 ທັນວາ).

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ທັນວານີ້ວ່າ ທ່ານປະທານປະເທດ ເຈືອງ ເຕິນ ຊາງ ແຫ່ງຫວຽດນາມ ໄດ້

ເຂົ້າພົບຫາລືກັບ ນາຍົກລັດຖະມົນຕີ ຮຸນແຊນ ແຫ່ງຣາຊະອານາຈັກກຳປູເຈຍ ທີ່ນະຄອນຫລວງພະນົມເປັນ ໃນວັນທີ

23 ທັນວາຜ່ານມານີ້ ໂດຍທັງສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະກະຕຸ້ນການຄ້າລະຫວ່າງປະເທດໃຫ້ມີມູນຄ່າສູງເຖິງ

5 ຕື້ໂດລາ ໃນປີ 2015​ລະ ຜູ້ນຳຂອງທັງສອງປະເທດ ເຫັນດີທີ່ຈະສົ່ງເສີມການທ່ອງທ່ຽວເພີ່ມຂຶ້ນ.

 

ທັງນີ້ ປະທານປະເທດ ເຈືອງ ເຕິນ ຊາງ ຂອງຫວຽດນາມ ມີກຳນົດເດີນທາງຢ້ຽມຢາມປະເທດກຳປູເຈຍ ຕັ້ງແຕ່ວັນອັງ

ຄານທີ 23 ທັນວານີ້ ແລະ ຈະຢູ່ຢ້ຽມຢາມເປັນເວລາ 2 ມື້ ຕາມຄຳເຊີນຂອງສົມເດັດເຈົ້າມະຫາຊີວິດ ນະໂຣດົມ ສີຫະມຸນີ

ແຫ່ງຣາຊະອານາຈັກກຳປູເຈຍ.

 

ບົດຄວາມຫຼ້າສຸດ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ມູນຄ່າ 15 ຕື້ດົງ

ພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ. ວັນທີ 11 ເມສາ 2025,​ ໄດ້ມີພິທີມອບ​-ຮັບໂຄງການກໍ່ສ້າງ,​ ປັບປຸງ,​ ສ້ອມແປງ ອາຄານຫໍພິພິທະພັນແຂວງຈຳປາສັກ ແຕ່ກ່ອນແມ່ນອາຄານຫ້ອງການພະແນກການຕ່າງປະເທດແຂວງ ຫຼື​ ອາຄານເກົ່າຫ້ອງວ່າການແຂວງ.​...

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...