spot_img
Homeຂ່າວຕ່າງປະເທດລະທຶກ! ຜູ້ໂດຍສານ ຫວຽດນາມ ແອຣ໌ລາຍ ປ່ວງບ້າ! ຈະໄຂປະຕູສຸກເສີນ ໂດດລົງເຮືອບິນ!

ລະທຶກ! ຜູ້ໂດຍສານ ຫວຽດນາມ ແອຣ໌ລາຍ ປ່ວງບ້າ! ຈະໄຂປະຕູສຸກເສີນ ໂດດລົງເຮືອບິນ!

Published on

EyWwB5WU57MYnKOuFIyaSClkGFUxyoPB80lItH0cimIuiRuruEgHKB

 

ຜູ້ໂດຍສານສາຍການບິນ ຫວຽດນາມ ແອຣ໌ລາຍ ຊ່ວຍກັນຈັບຕົວຊາຍຄົນໜຶ່ງ ເກີດອາການປ່ວງບ້າ ພະຍາຍາມ

ເປີດປະຕູສຸກເສີນ ເພື່ອໂດດລົງຈາກເຮືອບິນ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 6 ພະຈິກນີ້ວ່າ ເກີດເຫດລະທຶກຂຶ້ນ ເທິງເຮືອບິນຂອງສາຍການບິນ

ຫວຽດນາມ ແອຣ໌ລາຍ ຖ້ຽວບິນ VM 773 ຈາກນະຄອນໂຮ່ຈິມິນ ໄປຍັງນະຄອນຊິດນີ້ ປະເທດອົດສະຕາລີ ເມື່ອມີ

ຜູ້ໂດຍສານຊາຍຄົນໜຶ່ງເກີດອາການປ່ວງບ້າ ພະຍາຍາມເປີດປະຕູສຸກເສີນ ເພື່ອຈະໂດດລົງຈາກເຮືອບິນ ໃນຂະ

ນະທີ່ກຳລັງບິນຢູ່ເທິງຟ້າ ໂດຍອ້າງວ່າເຂົາຖືກມອມຢາ ແລະ ຖືກລັກພາຕົວມາ ແລະ ຈະມີຄົນດັກຊຸ້ມຖ້າຂ້າເຂົາຢູ່

ທີ່ຊິດນີ້.

 

ຜູ້ໂດຍສານ ແລະ ລູກເຮືອພາຍໃນເຮືອບິນ ຕ່າງກໍພາກັນແຕກຕື່ນ ແລະ ພະຍາຍາມຈັບຕົວເຂົາ ຈົນສາມາດຈັບ

ໄວ້ໄດ້ ໂດຍໃຊ້ເຊືອກມັດມືເຂົາເອົາໄວ້ ຈາກນັ້ນເຂົາຈິ່ງສະຫງົບລົງ.

 

ດ້ານເຈົ້າໜ້າທີ່ສຳນັກງານຕຳຫລວດອົດສະຕາລີ ໄດ້ຮັບແຈ້ງມາຈາກເຮືອບິນວ່າ ມີຊາຍຄົນໜຶ່ງອາຍຸ 27 ປີ ຖືກ

ຄວບຄຸມຕົວໄວ້ຢູ່ເທິງເຮືອບິນ ໂດຍພາຍຫລັງມາເຖິງນະຄອນຊິດນີ້ ຊາຍຄົນດັ່ງກ່າວກໍໄດ້ຖືກນຳຕົວສົ່ງໄປກວດ

ຮ່າງກາຍເບື້ອງຕົ້ນທີ່ໂຮງໝໍ ເຊັ້ນ ຈ໊ອດ ແລ້ວ ແລະ ກຽມຖືກນຳຕົວຂຶ້ນສານ ເພື່ອຮັບຂໍ້ຫາຄຸກຄາມຄວາມປອດ

ໄພເທິງເຮືອບິນ.

NjpUs24nCQKx5e1DGoC3kc07Z3utzNLEVXwdZB8CYZJ
ຊາຍຜູ້ໂດຍສານທີ່ເກີດອາການປ່ວງບ້າ ຖືກກຸ່ມຜູ້ໂດຍສານຈັບຕົວ ແລະ ໃຊ້ຜ້າມັດໄວ້ເທິງເຮືອບິນ

 

ບົດຄວາມຫຼ້າສຸດ

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...