spot_img
Homeຂ່າວຕ່າງປະເທດ31 ພຶດສະພາ "ວັນງົດສູບຢາໂລກ"

31 ພຶດສະພາ “ວັນງົດສູບຢາໂລກ”

Published on

ຂໍ້ມູນໂດຍອົງການອະນາໄມໂລກທີ່ລະບຸເມື່ອບໍ່ດົນມານີ້ວ່າ ເຄິ່ງໜຶ່ງຂອງຜູ້ສູບຢາທັງໝົດເສຍຊີວິດຈາກພິດຢາສູບ ໂດຍມີຜູ້ເສຍຊີວິດ 6 ລ້ານລາຍໃນແຕ່ລະປີ ນອກນີ້ ຍັງມີຄົນອີກເກືອບ 9 ແສນລາຍເສຍຊີວິດເພາະຢູ່ໃກ້ຊິດກັບຄວັນຢາສູບມືສອງ.

ເມື່ອຫວນກັບຄືນໄປຫຼາຍສະຕະວັດກ່ອນ ຊຶ່ງເຊື່ອວ່າຢາສູບເປັນສິ່ງທີ່ດີຕໍ່ສຸຂະພາບ ໂດຍໃນສະຕະວັດທີ 16 ຕົ້ນຢາສູບນິໂຄເທຍນາ (Nicotiana) ໄດ້ຖືກຍອມຮັບວ່າເປັນສະໝຸນໄພສັກສິດ ແລະ ຊ່ວຍໃນການປິ່ນປົວພະຍາດ ຊຶ່ງໃນຍຸກສະໄໝນັ້ນນັກວິໄຈດ້ານການແພດຊາວດັຕກໍຄື ໄຈລ ເອເວີຣຣາຣດ ເຊື່ອວ່າສັບພະຄຸນຂອງຕົ້ນຢາສູບນິໂຄເທຍນາຈະເຮັດໃຫ້ຜູ້ຄົນເຂົ້າຫາແພດໝໍໜ້ອຍລົງ ຊຶ່ງເຂົາເຈົ້າຖືວ່າຄວັນຢາສູບເປັນຢາແກ້ພິດ ແລະ ພະຍາດຕິດຕໍ່ຮ້າຍແຮງໄດ້.

ຢ່າງໃດກໍຕາມ ກໍເລີ່ມມີຄົນສົງໃສໃນສັບພະຄຸນຂອງຢາສູບໃນຖານະຢາປິ່ນປົວພະຍາດ ໂດຍແພດຊາວອັງກິດ ຈອນ ຄອຕຕາ ຊຶ່ງຂຽນໜັງສືເລື່ອງຢາ ແລະ ເມື່ອປີ 1612 ກໍມີຄົນເລີ່ມສົງໄສກ່ຽວກັບສິ່ງທີ່ວ່າເປັນຢາປິ່ນປົວພະຍາດ ຊຶ່ງແທ້ຈິງແລ້ວອາດເປັນສາເຫດຂອງພະຍາດຫຼາຍຊະນິດ.

ຊຶ່ງເມື່ອປະມານ 30 ປີຜ່ານມາຫຼາຍປະເທດທົ່ວໂລກກໍເຂົ້າໃຈເຖິງພິດໄພຂອງຢາສູບເພີ່ມຂຶ້ນ ຫຼາຍປະເທດຫ້າມບໍ່ໃຫ້ມີການສູບຢາໃນທີ່ສາທາລະນະທີ່ບໍ່ມີອາກາດຖ່າຍເທ ລວມເຖິງການປຸກລະດົມໃຫ້ຄົນຄຳນຶງເຖິງພິດໄພຂອງຢາສູບເພີ່ມຂຶ້ນເລື້ອຍໆ ບາງປະເທດບັງຄັບໃຫ້ຕິດຮູບຄົນໄຂ້ໄລຍະສຸດທ້າຍຈາກພິດຢາສູບຢູ່ເທິງຊອງ ແລະ ອື່ນໆ.

ຂະນະທີ່ອົງການອະນາໄມໂລກຖືວ່າ ຢາສູບເປັນພະຍາດລະບາດ ແລະ ເປັນໄພຕໍ່ສຸຂະພາບຮ້າຍແຮງທີ່ສຸດຢ່າງໜ່ຶງທີ່ໂລກເຄີຍຜະເຊີນ ແລະ ຮຽກຮ້ອງໃຫ້ປະເທດຕ່າງໆໃຊ້ນະໂຍບາຍເພື່ອປ້ອງກັນບໍ່ໃຫ້ມີຄົນສູບຢາເຊັ່ນ ຈຳກັດການໂຄສະນາ ການໃຫ້ເງິນສະໜັບ ສະໜູນໂດຍບໍລິສັດຜູ້ຜະລິດຢາສູບ ແລະ ຂຶ້ນພາສີຢາສູບເຫຼົ່ານີ້ເປັນຕົ້ນ.

ພ້ອມນີ້ ອົງການອະນາໄມໂລກກໍລະບຸອີກວ່າ  ມີຈຳນວນຄົນສູບຢາໜ້ອຍລົງ ຊຶ່ງໃນປີ 2016 ມີຄົນສູບຢາຄິດເປັນ 20% ຈາກຄົນທົ່ວໂລກ ທຽບກັບ 27% ເມື່ອປີ 2000 ແຕ່ນີ້ກໍຍັງບໍ່ໄດ້ຕາມເປົ້າໝາຍທີ່ນາໆຊາດຕົກລົງກັນໄວ້ ຊຶ່ງຂະນະນີ້ມີຜູ້ໃຫຍ່ທີ່ສູບຢາ 1,1 ພັນລ້ານຄົນ ໃນນັ້ນ 80% ເປັນຄົນຈາກປະເທດທີ່ມີລາຍຮັບລະດັບກາງ ແລະ ຕ່ຳ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: bbc.com

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...