spot_img
Homeຂ່າວຕ່າງປະເທດລວມ 10 ເຫດການ-ຂ່າວເດັ່ນທົ່ວໂລກ ຮອບປີ 2015!

ລວມ 10 ເຫດການ-ຂ່າວເດັ່ນທົ່ວໂລກ ຮອບປີ 2015!

Published on

ໃນຮອບປີ 2015 ຜ່ານມານີ້ ໄດ້ເກີດເຫດການພົ້ນເດັ່ນຕ່າງໆ ຊຶ່ງໄດ້ສ້າງສະພາບການ ທີ່ຜັນແປໄປຢ່າງສັບສົນ ໂດຍສະເພາະແມ່ນ ເຫດການທາງດ້ານການເມືອງ ແລະ ໄພທຳມະຊາດຕ່າງໆ ໂດຍທີມງານລາວໂພສຕ໌ ໄດ້ລວບລວມມານຳສະເໜີ 10 ເຫດການໃຫຍ່ ທີ່ທົ່ວໂລກໃຫ້ຄວາມສົນໃຈ ຕະຫລອດປີ 2015 ຜ່ານມາ ລຽງຕາມລຳດັບເຫດການ ແຕ່ຕົ້ນປີເຖິງທ້າຍປີດັ່ງນີ້:

1. ທ່ານ ລີກວນຢູ ບິດາແຫ່ງປະເທດສິງກະໂປ ເສຍຊີວິດ

606951-01

ເມື່ອເວລາ 03:18 ນາທີ ຂອງວັນທີ 23 ມີນາ 2015 ທ່ານ ລີກວນຢູ ອະດີດນາຍົກລັດຖະມົນຕີຄົນທຳອິດ ຂອງສິງກະໂປ ໄດ້ເຖິງແກ່ມໍລະນະກຳ ລວມອາຍຸໄດ້ 91 ປີ ໂດຍລັດຖະບານ ແລະ ປະຊາຊົນຊາວສິງກະໂປ ໄດ້ພ້ອມໃຈກັນໄວ້ອາໄລ ແລະ ຍ້ອງຍໍສັນລະເສີນ ບົດບາດດ້ານການບໍລິຫານປະເທດໃນອະດີດ ທີ່ໄດ້ຊື່ວ່າເປັນບິດາແຫ່ງສິງກະໂປໃນຍຸກໃໝ່ ຊຶ່ງມີບົດບາດສຳຄັນ ໃນການສະຖາປະນາ ປະເທດສິງກະໂປ ເທິງແຜນທີ່ໂລກຢ່າງເປັນທາງການ. ທ່ານ ລີກວນຢູ ເປັນຜູ້ນຳທີ່ມີຄວາມສາມາດ ໃນການສ້າງປະເທດສິງກະໂປ ຈາກປະເທດທີ່ເປັນເກາະນ້ອຍໆ ບໍ່ມີຊັບພະຍາກອນຫຍັງຫລາຍ ໃຫ້ກາຍເປັນປະເທດທີ່ຈະເລີນ ເຂັ້ມແຂງທາງດ້ານເສດຖະກິດ ປະເທດໜຶ່ງຂອງໂລກ ຈົນກາຍເປັນແບບຢ່າງ ໃນການບໍລິຫານ ແລະ ພັດທະນາປະເທດຊາດ ໃຫ້ແກ່ຫລາຍໆປະເທດ ຕ້ອງຖອດຖອນບົດຮຽນ.

 53_NjpUs24nCQKx5e1DIKpjEAwJ3VhpVesA8Cc3rzLr2I3

2. ແຜ່ນດິນໄຫວເນປານ

ວັນທີ 25 ເມສາ 2015 ເກີດເຫດແຜ່ນດິນໄຫວຮຸນແຮງ ຂະໜາດ 7.3 ແມັກນິຈູດ ຢູ່ປະເທດເນປານ ຊຶ່ງແຮງສັ່ນສະເທືອນ ໄດ້ສ້າງຜົນກະທົບໄປຈົນເຖິງ ພື້ນທີ່ໃກ້ຄຽງຂອງປະເທດອິນເດຍ, ຈີນ ແລະ ບັງກະລາເທດ ສ້າງຄວາມເສຍຫາຍຢ່າງມະຫາສານ ມີປະຊາຊົນເສຍຊີວິດ ຫລາຍກ່ວາ 9,000 ຄົນ ບາດເຈັບຫລາຍກ່ວາ 23,000 ຄົນ ແລະ ອີກຫລາຍກ່ວາ 450,000 ຄົນ ກາຍເປັນຄົນໄຮ້ທີ່ຢູ່ອາໄສ. ນອກຈາກນັ້ນ, ບູຮານສະຖານ ແລະ ເຮືອນຊານບ້ານຊ່ອງ ຕຶກອາຄານ ແລະ ລະບົບພື້ນຖານໂຄງລ່າງຕ່າງໆ ໄດ້ຖືກທຳລາຍເສຍຫາຍໜັກໜ່ວງ.

6 21E5F01CC5254617B3F838B0B4E6952F

3. ຈີນຈຳຄຸກ ໂຈວ ຢົງຄັ່ງ ອະດີດກົມການເມືອງ ຕະຫລອດຊີວິດ ຂໍ້ຫາຮັບສິນບົນ

ວັນທີ 11 ມິຖຸນາ 2015 ທ່ານ ໂຈວ ຢົງຄັ່ງ ອາຍຸ 72 ປີ ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຈີນ ໄດ້ຖືກສານປະຊາຊົນກາງ ໃນເມືອງທຽນຈິນ ທາງພາກຕາເວັນອອກສຽງເໜືອຂອງຈີນ ພິພາກສາ ຕັດອິດສະຫລະພາບຕະຫລອດຊີວິດ ໂທດຖານກະທຳຄວາມຜິດ ໃນຄະດີຮັບສິນບົນ ລວມທັງໃຊ້ອຳນາດໜ້າທີ່ບໍ່ຖືກຕ້ອງ ແລະ ເຈຕະນາເປີດເຜີຍຄວາມລັບຂອງຊາດ. ທັງນີ້ ຕາມການລາຍງານຂອງສຳນັກຂ່າວຊິນຫົວຂອງຈີນ ໄດ້ລະບຸວ່າ ທ່ານ ໂຈວ ຢົງຄັ່ງ ຮັບເງິນສົນບິນລວມທັງໝົດເຖິງ 130 ລ້ານຢວນ ຫລື ປະມານ 21.3 ລ້ານໂດລາ ໃນໄລຍະເວລາ 7 ປີທີ່ເຂົາຢູ່ໃນຕຳແໜ່ງ, ຢ່າງໃດກໍຕາມ ຊັບສິນທີ່ເຂົາໄດ້ມາໂດຍບໍ່ຖືກຕ້ອງເຫລົ່ານີ້ ໄດ້ຖືກຍຶດຄືນມາເປັນຂອງລັດ ຊຶ່ງເປັນໄປຕາມ ນະໂຍບາຍປາບປາມ ການສໍ້ລາດບັງຫລວງຂອງ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ແລະ ປະທານປະເທດຈີນຄົນໃໝ່.

EyWwB5WU57MYnKOuXxxBnHTAKaxqclFJAc9pkK9XLN51bQSjslOPP9

4. ຣັດເຊຍໂຈມຕີກຸ່ມລັດອິດສະລາມ (ໄອເອັສ)

ວັນທີ 30 ກັນຍາ 2015 ກອງທັບຣັດເຊຍ ພາຍໃຕ້ຄຳສັ່ງຂອງ ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງສະຫະພັນຣັດເຊຍ ໄດ້ເປີດສາກບຸກໂຈມຕີທາງອາກາດ ໃສ່ກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ ຢູ່ປະເທດຊີຣີ ຢ່າງເປັນທາງການ ຊຶ່ງໄດ້ສ້າງຄວາມບໍ່ພໍໃຈ ໃຫ້ແກ່ກອງກຳລັງພັນທະມິດຊາດຕາເວັນຕົກ ທີ່ນຳໂດຍສະຫະລັດອາເມຣິກາ ເນື່ອງຈາກທັງສອງຝ່າຍ ມີນະໂຍບາຍຕໍ່ບັນຫາຊີຣີທີ່ແຕກຕ່າງກັນ ເຮັດໃຫ້ນຳມາຊຶ່ງສະພາບຄວາມເຄັ່ງຕຶງສຸດຂີດ ລະຫວ່າງຊາດມະຫາອຳນາດຕາເວັນຕົກ ແລະ ຣັດເຊຍ ຈົນເຖິງຂັ້ນທົ່ວໂລກ ມີຄວາມວິຕົກກັງວົນວ່າ ອາດເປັນຈຸດພິກປີ້ນນຳພາໂລກ ເຂົ້າສູ່ສົງຄາມໂລກຄັ້ງທີສາມ.

NjpUs24nCQKx5e1D68HZBfzSdhGRTWX0t5LAvsNOCCL

5. ຈີນຍົກເລີກນະໂຍບາຍລູກຄົນດຽວ

ວັນທີ 30 ຕຸລາ 2015 ສຳນັກຂ່າວຕ່າງປະເທດລາຍງານ ຜົນສຳເລັດຂອງກອງປະຊຸມ ສູນກາງພັກກອມມູນິດຈີນ ຄັ້ງທີ 5 ສະໄໝທີ 18 ຊຶ່ງໄດ້ຖະແຫລງຍົກເລີກ ນະໂຍບາຍລູກຄົນດຽວ ທີ່ດຳເນີນມາເປັນເວລາກ່ວາສາມທົດສະວັດ ຫລັງຈາກທີ່ພົບວ່າ ສັງຄົມຈີນມີຜູ້ສູງອາຍຸ ເພີ່ມຂຶ້ນກ່ວາ 30% ໂດຍນະໂຍບາຍດັ່ງກ່າວ ແມ່ນດຳເນີນມາແຕ່ປີ 1979 ເພື່ອຫລຸດຜ່ອນອັດຕາການເກີດ ແລະ ການຈະເລີນເຕີບໂຕຂອງປະຊາກອນ, ແຕ່ການຍົກເລີກນະໂຍບາຍລູກຄົນດຽວນີ້ ຈະມີຜົນເຮັດໃຫ້ ຄູ່ຜົວເມຍຊາວຈີນ ສາມາດມີລູກໄດ້ຄອບຄົວລະ 2 ຄົນ ຊຶ່ງຈະຊ່ວຍໃນການເພີ່ມກຸ່ມປະຊາກອນໜຸ່ມ ເພື່ອເປັນແຮງງານໃຫ້ແກ່ປະເທດ ໃນອານາຄົດ.

268391-1

6. ເຮືອບິນໂດຍສານຣັດເຊຍຖືກວາງລະເບີດ

ເມື່ອເວລາ 05:51 ນາທີ ຂອງວັນທີ 31 ຕຸລາ 2015 (ຕາມເວລາໃນທ້ອງຖິ່ນ) ເກີດເຫດເຮືອບິນໂດຍສານ ແອຣ໌ບັສ A-321 ສາຍການບິນໂຄກາລີມາເວຍ ຂອງຣັດເຊຍ ຖ້ຽວບິນທີ 7k9268 ທີ່ອອກເດີນທາງ ພ້ອມດ້ວຍຜູ່ໂດຍສານ ແລະ ລູກເຮືອ ລວມ 224 ຄົນ ຈາກສະໜາມບິນເມືອງຊາມເອນຊິກ ເມືອງຕາກອາກາດຂອງອີຢິບ ມຸ່ງໜ້າໄປນະຄອນເຊັ້ນປີເຕີ້ສະເບີກຂອງຣັດເຊຍ ຕົກຢູ່ບໍລິເວນເຂດໄຊນາຍ ປະເທດອີຢິບ ສົ່ງຜົນເຮັດໃຫ້ມີຜູ່ເສຍຊີວິດຍົກລຳ ຊຶ່ງຕໍ່ມາກຸ່ມກໍ່ການຮ້າຍລັດອິດສະລາມ ຫລື ກຸ່ມໄອເອັສ ໄດ້ອອກມາອ້າງວ່າ ເປັນຜູ່ຢູ່ເບື້ອງຫລັງການກໍ່ເຫດ ດ້ວຍການວາງລະເບີດເຮືອບິນລຳດັ່ງກ່າວ.

52346354-1200x800 CSodpo3WIAAQuHy

7. ກຸ່ມໄອເອັສໂຈມຕີປາຣີ

ໃນເວລາກາງຄືນຂອງວັນທີ 13 ພະຈິກ 2015 ໄດ້ເກີດເຫດກໍ່ການຮ້າຍ ດ້ວຍການໃຊ້ອາວຸດສົງຄາມກວາດຍິງ, ການໂຈມຕີດ້ວຍ ມືລະເບີດຂ້າຕົວຕາຍ ແລະ ການຈັບກຸມຕົວປະກັນ ຢູ່ຫລາຍຈຸດພ້ອມກັນ ໃນນະຄອນຫລວງປາຣີ ແລະ ເມືອງແຊັງເດີນີ ປະເທດຝຣັ່ງ ສົ່ງຜົນເຮັດໃຫ້ມີປະຊາຊົນເສຍຊີວິດ ຫລາຍກ່ວາ 128 ຄົນ ກາຍເປັນຂ່າວໃຫຍ່ດັງຂ້າມຄືນ ແລະ ຄົນທົ່ວທັງໂລກ ຕ້ອງຕົກຕະລຶງ ເນື່ອງຈາກຜູ່ຢູ່ເບື້ອງຫລັງເຫດການໂຈມຕີຄັ້ງນີ້ ແມ່ນນັກຮົບກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ ທີ່ມີການວາງແຜນໂຈມຕີ ໄວ້ເປັນຢ່າງດີ.

2E77584700000578-3319244-image-m-25_1447595206723

ATTENTION EDITORS - VISUAL COVERAGE OF SCENES OF INJURY OR DEATHGeneral view of the scene with rescue service personnel working near covered bodies outside a restaurant following shooting incidents in Paris, France, November 13, 2015. REUTERS/Philippe Wojazer TPX IMAGES OF THE DAY

8. ຜູ້ນຳອາຊຽນລົງນາມສ້າງຕັ້ງ ປະຊາຄົມເສດຖະກິດອາຊຽນ ຫລື AEC ຢ່າງເປັນທາງການ

ວັນທີ 22 ພະຈິກ 2015 ທີ່ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ບັນດາຜູ້ນຳ 10 ປະເທດອາຊຽນ ໄດ້ລົງນາມເພື່ອສ້າງຕັ້ງ ປະຊາຄົມເສດຖະກິດອາຊຽນ ຫລື ເອອີຊີ (AEC) ຢ່າງເປັນທາງການ ຊຶ່ງເປັນຜົນສຳເລັດ ຈາກແນວຄິດລິເລີ່ມ ຕັ້ງແຕ່ປີ 2002 ເປັນຕົ້ນມາ.  ການລວມຕົວກັນ ເພື່ອກາຍເປັນປະຊາຄົມເສດຖະກິດດຽວກັນ ຄືດັ່ງກ່າວນີ້ ຈະຊ່ວຍໃນການເສີມສ້າງ ລາຍໄດ້ ແລະ ການຈ້າງງານ ລວມທັງເຮັດໃຫ້ ເສດຖະກິດຂອງອາຊຽນ ເຂັ້ມແຂງຂຶ້ນ ສາມາດຖ່ວງດູນ ກັບມະຫາອຳນາດ ທາງດ້ານເສດຖະກິດຢູ່ໃນໂລກ.  ທັງນີ້, ການລົງນາມດັ່ງກ່າວ ຈະສົ່ງຜົນ ເຮັດໃຫ້ທົ່ວອາຊຽນ ເປີດປະຕູສູ່ເອອີຊີ ຢ່າງເປັນທາງການ ໃນວັນທີ 31 ທັນວາ 2015 ນີ້.

558000013417601

9. ຕວກກີຍິງເຮືອບິນສູ້ຮົບຣັດເຊຍຕົກ

ວັນທີ 24 ພະຈິກ 2015 ເຮືອສູ້ຮົບບິນ F-16 ຂອງກອງທັບຕວກກີ ໄດ້ຍິງເຮືອບິນສູ້ຮົບ Su-24 ຂອງຣັດເຊຍ ຕົກໃນບໍລິເວນ ຊາຍແດນຕວກກີ-ຊີຣີ ໂດຍອ້າງວ່າ ເຮືອບິນລຳດັ່ງກ່າວ ລ່ວງລ້ຳນ່ານຟ້າຂອງຕວກກີ ແລະ ບໍ່ຮູ້ເປັນເຮືອບິນສູ້ຮົບຂອງປະເທດໃດ ສົ່ງຜົນເຮັດໃຫ້ນັກບິນຣັດເຊຍ 1 ໃນ 2 ຄົນຂອງເຮືອບິນລຳດັ່ງກ່າວ ເສຍຊີວິດ, ຊຶ່ງກະຊວງປ້ອງກັນປະເທດຣັດເຊຍ ໄດ້ອອກມາຢືນຢັນວ່າ ເຮືອບິນ Su-24 ຖືກຍິງຕົກໃນຊີຣີ ຖືກສົ່ງໄປປະຕິບັດການ ໂຈມຕີກຸ່ມກໍ່ການຮ້າຍໄອເອັສ ໃນປະເທດຊີຣີ ບໍ່ໄດ້ລ່ວງລ້ຳນ່ານຟ້າຂອງຕວກກີ ແລະ ກໍບິນໃນລະດັບຄວາມສູງ 6,000 ແມັດ. ໃນຂະນະທີ່ ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງຣັດເຊຍ ໄດ້ອອກມາປະນາມຕວກກີວ່າ ເຫດການດັ່ງກ່າວນີ້ ເປັນການແທງຂ້າງຫລັງ ໂດຍແມ່ນຜູ້ໃຫ້ຄວາມຮ່ວມມື ກັບກຸ່ມຜູ້ກໍ່ການຮ້າຍ ແລະ ຄວາມສຳພັນລະດັບຄູ່ຮ່ວມມືຍຸດທະສາດ ລະຫວ່າງຣັດເຊຍ ແລະ ຕວກກີ ກໍເລີ່ມແຕກຫັກ ເມື່ອລັດຖະບານຣັດເຊຍ ປະກາດມາດຕະການຂວ້ຳບາດຕໍ່ຕວກກີ ພ້ອມທັງອອກມາເປີດໂປງວ່າ ຜູ່ນຳຂອງຕວກກີເອງ ເປັນຜູ່ຢູ່ເບື້ອງຫລັງ ລັກລອບຄ້ານ້ຳມັນເຖື່ອນກັບກຸ່ມໄອເອັສ ອັນເປັນການສ້າງລາຍຮັບຕົ້ນຕໍ ໃຫ້ແກ່ກຸ່ມດັ່ງກ່າວ.

EyWwB5WU57MYnKOuYBmauwmKou1NTXHJrhg8Yv0SUl1iBmALWs9DWh

NjpUs24nCQKx5e1D68HZBfzSdhGRTWY4nu5gAvPkjoQ

10. ຜູ່ອົບພະຍົບໄຫລເຂົ້າເອີຣົບທະລຸຫລັກລ້ານຄົນ

ວັນທີ 22 ທັນວາ 2015 ອົງການເພື່ອຜູ່ອົບພະຍົບລະຫວ່າງປະເທດ (IOM) ໄດ້ອອກຖະແຫລງການວ່າ ຈຳນວນຜູ່ອົບພະຍົບ ແລະ ຜູ່ລີ້ໄພ ທີ່ຫລັ່ງໄຫລເຂົ້າທະວີບເອີຣົບ ທັງໂດຍທາງບົກ ແລະ ທາງທະເລ ພາຍໃນປີ 2015 ນີ້ ບັນລຸຈຳນວນ 1,005,504 ຄົນແລ້ວ ຊຶ່ງເປັນຕົວເລກ ທີ່ຫລາຍກ່ວາປີ 2014 ເຖິງ 4 ເທົ່າ ສ່ວນໃຫຍ່ແມ່ນມາຈາກ ປະເທດຊີຣີ, ອີຣັກ ແລະ ອັບການິສະຖານ ໂດຍເຂົ້າມາເອີຣົບຜ່ານ 6 ປະເທດໄດ້ແກ່ ປະເທດເກຣັກ, ບູນກາຣີ, ອີຕາລີ, ແອັດສະປາຍ, ມານຕາ ແລະ ໄຊປຣັດ. ທັງນີ້ ຍັງມີຈຳນວນຜູ່ອົບພະຍົບ ເສຍຊີວິດຈາກການຈົມນ້ຳ ຫລື ຍັງສູນຫາຍ ຈາກການເດີນທາງມາທາງເຮືອ ໃນທະເລເມດິແຕຣານຽນ ອີກຈຳນວນເຖິງ 3,695 ຄົນ ແລ້ວພາຍໃນປີນີ້.

JRBDhRTLFsqpfYpj1yQFJE51VJwWMag-1024x592

 

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...