spot_img
Homeຂ່າວພາຍ​ໃນກະຊວງການເງິນ ສະເໜີປັບກົດໝາຍ ຫລຸດອາກອນຊົມໃຊ້ ຍານພາຫະນະ ຈາກສູງສຸດ 150% ເຫລືອ 90%!

ກະຊວງການເງິນ ສະເໜີປັບກົດໝາຍ ຫລຸດອາກອນຊົມໃຊ້ ຍານພາຫະນະ ຈາກສູງສຸດ 150% ເຫລືອ 90%!

Published on

12244034_702697439831734_1468091788_n

ກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງ ຕໍ່ສະພາແຫ່ງຊາດພິຈາລະນາ.  ໃນນີ້, ການຄິດໄລ່ອາກອນຊົມໃຊ້ລົດໃຫຍ່ ແມ່ນຈະຄິດໄລ່ຕາມກຳລັງແຮງຂອງເຄື່ອງຈັກ ເລີ່ມແຕ່ 25 ເຖິງ 90%, ສ່ວນລົດທີ່ນຳໃຊ້ ພະລັງງານສະອາດ ຈະເສຍແຕ່ 3% ຫາ 10% ຊຶ່ງສະມາຊິກສະພາແຫ່ງຊາດ ໄດ້ມີການຄົ້ນຄ້ວາ ແລະ ພິຈາລະນາຮັບຮອງເອົາ ຢ່າງເປັນທາງການ.

ດຣ ລຽນ ທິແກ້ວ ລັດຖະມົນຕີວ່າການ ກະຊວງການເງິນ ໄດ້ນຳເອົາຮ່າງກົດໝາຍ ວ່າດ້ວຍສ່ວຍສາອາກອນ ສະບັບປັບປຸງ ເຂົ້າສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ໃນວັນທີ 16 ທັນວາຜ່ານມາ ຊຶ່ງເນື້ອໃນກົດໝາຍດັ່ງກ່າວ ໄດ້ມີການປັບຫລຸດ ອັດຕາອາກອນຂອງສິນຄ້າຫລາຍລາຍການ ແລະ ການເພີ່ມອັດຕາ ອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມຂຶ້ນ. ໃນນີ້, ສະເພາະລົດໃຫຍ່ ແມ່ນຄິດໄລ່ຕາມກຳລັງແຮງຈັກ ຖ້າແຮງຈັກແຕ່ 1,000 ຊີຊີ ລົງມາ ແມ່ນເສຍອາກອນຊົມໃຊ້ 25% ແລະ 5,000 ຊີຊີຂຶ້ນໄປ ແມ່ນເສຍ 90%.

ຈຸດສຳຄັນໃນການປັບອາກອນຍານພາຫະນະ ໄດ້ກຳນົດອັດຕາອາກອນຊົມໃຊ້ຄືນໃໝ່ ອັດຕາຕ່ຳສຸດ 3% ແລະ ສູງສຸດ 90% ໂດຍໄດ້ເອົາເນື້ອໃນ ແລະ ອັດຕາອາກອນຊົມໃຊ້ຍານພາຫະນະ ຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ໝາຍວ່າ ໄດ້ປັບອາກອນຊົມໃຊ້ຕ່ຳສຸດຫລຸດລົງ ຈາກເມື່ອກ່ອນ 25% ມາເປັນ 3% ແລະ ສູງສຸດຫລຸດລົງຈາກ 150% ມາເປັນ 90% ແທນ.

ການປັບຫລຸດລົງຍານພາຫະນະ ໄດ້ກຳນົດໃນ ມາດຕາ 20 ອັດຕາອາກອນຊົມໃຊ້ ຢູ່ຕາຕະລາງທີ 13 ຄື:ພາຫະນະລົດຈັກ ທີ່ນຳໃຊ້ພະລັງງານເຊື້ອໄຟ ແຕ່ 100 ຊີຊີລົງມາ ເສຍອາກອນຊົມໃຊ້ 20%, ແຕ່ 111-150 ຊີຊີ ເສຍ 30%, 151-250 ຊີຊີ ເສຍ 40%, ແຕ່ 251-500 ຊີຊີ ເສຍ 60%, ແຕ່ 501-1,000 ຊີຊີ ເສຍ 80%, ສ່ວນອັດຕາອາກອນຊົມໃຊ້ ສຳລັບລົດທີ່ນຳໃຊ້ ພະລັງງານສະອາດ ແມ່ນຈະເສຍໃນອັດຕາ 5%.

ສຳລັບພາຫະນະປະເພດລົດໃຫຍ່, ລົດຂົນສົ່ງ ທີ່ມີກຳລັງແຮງແຕ່ 1,000 ຊີຊີ ລົງມາ ແມ່ນເສຍອາກອນຊົມໃຊ້ 25%, ແຕ່ 1,001-1,600 ຊີຊີ ເສຍ 30%, ແຕ່ 1,601-2,000 ຊີຊີ ເສຍ 35%, ແຕ່ 2,001-2,500 ຊີຊີ ເສຍ 40%, ແຕ່ 2,501-3,000 ຊີຊີ ເສຍ 45%, ແຕ່ 3,001-4,000 ຊີຊີ ເສຍ 70%, ແຕ່ 4,001-5,000 ຊີຊີ ເສຍ 80% ແລະ ແຕ່ 5,001 ຊີຊີ ຂຶ້ນໄປ ແມ່ນຈະເສຍໃນອັດຕາ 90%.  ສຳລັບລົດເກັງ, ລົດຈິບ, ລົດຕູ້, ລົດກະບະ ທີ່ນຳໃຊ້ພະລັງງານສະອາດ ຈະເສຍໃນອັດຕາ 10% ແລະ ລົດຂະໜາດໃຫຍ່ ທີ່ໃຊ້ພະລັງງານສະອາດ ຈະໄດ້ເສຍໃນອັດຕາຕ່ຳສຸດ 3%.

ນອກນັ້ນ, ຍັງມີການປັບອັດຕາອາກອນຊົມໃຊ້ ປະເພດສິນຄ້າອື່ນໆອີກ ເພື່ອຈັດຕັ້ງປະຕິບັດ ສາລະບານຫລຸດຜ່ອນ ອັດຕາພາສີອາຊຽນ ຈາກສູງສຸດ 40% ໃຫ້ຍັງເຫລືອ 5%, 4%, 3% ແລະ 0% ໃນປີ 2016, ປີ 2017  ແລະ ທັງໝົດອັດຕາ 0% ໃນປີ 2018 ຕາມລຳດັບ ໃນຂອບ ແລະ ເງື່ອນໄຂຂອງອາຊຽນ ຊຶ່ງຈະເຮັດໃຫ້ເພດານອັດຕາ ອາກອນຊົມໃຊ້ ຂອງ ສປປ ລາວ ໃກ້ຄຽງກັບອັດຕາອາກອນຊົມໃຊ້ ຂອງບັນດາປະເທດສະມາຊິກອາຊຽນ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)